ທ່ານ ຮອງປະທານປະເທດ ຢ້ຽມຢາມ ແລະ ຊຸກຍູ້ ແຫລ່ງທ່ອງທ່ຽວ ຖ້ຳຈອມອອງ

ທ້າຍອາທິດຜ່ານມານີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ເດີນທາງ ຢ້ຽມຢາມ ແລະ ຊຸກຍູ້ ແຫລ່ງທ່ອງທ່ຽວ ຖ້ຳຈອມອອງ, ເມືອງໄຊ, ແຂວງອຸດົມໄຊ.

ພາຍຫລັງທີ່ທ່ານພ້ອມຄະນະ ເດີນທາງໄປຮອດ ກໍໄດ້ຮັບການຕ້ອນຮັບ ຈາກປະຊາຊົນ ບ້ານຈອມອອງ ຢ່າງອົບອຸ່ນ ໂດຍສະເພາະແມ່ນ ຄະນະຮັບຜິດຊອບການປົກປັກຮັກສາ, ຄຸ້ມຄອງ ແລະ ວິຊາການນຳທ່ຽວ. ຈາກນັ້ນ ຮັບຟັງການລາຍງານສະພາບໂດຍລວມຂອງຖ້ຳຈອມອອງ ແລະ ທ່ຽວຊົມບັນດາຈຸດຕ່າງໆຂອງຖ້ຳ.

ຖໍ້າຈອມອອງ, ບ້ານຈອມອອງ, ເມືອງໄຊ, ແຂວງອຸດົມໄຊ ຕັ້ງຢູ່ຫ່າງຈາກເທດສະບານ ເມືອງໄຊ ປະມານ 46 ກິໂລແມັດ ແລະ ຫ່າງຈາກ ບ້ານຈອມອອງ ປະມານ 2,5 ກິໂລແມັດ. ຖ້ຳແຫ່ງນີ້ ໄດ້ຜ່ານການສຳຫລວດຂອງນັກຊ່ຽວຊານ ຈາກເອີຣົບ ແລະ ອາເມລິກາ ໃນປີ 2007 ແລະ 2009 ຖ້ຳດັ່ງກ່າວ ເປັນຖ້ຳທີ່ມີຂະຫນາດໃຫຍ່ ມີຄວາມກວ້າງ 30–100 ແມັດ, ສູງ 80–115 ແມັດ ແລະ ຍາວ 16 ກິໂລແມັດ.

ມາຮອດປີ 2015 ຖໍ້າຈອມອອງ ໄດ້ຮັບການ ປັບປຸງ ບູລະນະ ບັນດາພື້ນຖານໂຄ່ງລາງ ແລະ ສິ່ງອໍານວຍຄວາມສະດວກ, ບໍລິເວນໃນຖ້ຳ ແລະ ບໍລິເວນນອກຖ້ຳ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ ແລະ ສຳເລັດໃນປີ 2020 ເຊິ່ງໄດ້ຮັບທຶນສົມທົບ ຈາກທະນາຄານພັດທະນາອາຊີ ມູນຄ່າ 13 ລ້ານໂດລາສະຫະລັດ.

ຂ່າວ:​ ຄານມະນີ ຮຽນດໍຈັນ