ພິທີເປີດບັ້ນ ຂໍ້ແຂ່ງຂັນການ ກະກຽມຄວາມພ້ອມ ໃນການຮັບຮອງປະກາດບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ບ້ານສີບຸນເຮືອງ ເມືອງຮຸນ

ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ​ແມ່ນ​ຍົກຍ້າຍມາ​ຈາກ ບ້ານ​ຖິ່ນ, ​ປາກ​ນ້ຳ​ແຮງ ມາ​ຕັ້ງ​ເປັນ​ບ້ານ​ກໍ​ຫົກ ​ເພາະ​ແຕ່​ກ່ອນ​ມີ​ ກໍ​ໄມ້​ຫົກ​ໃຫຍ່ ຕໍ່ມາ​ໄລຍະໜຶ່ງ ມີ​ພໍ່​ເຖົ້າ​ສີ ​ເປັນ​ຜູ້ນຳ​ພາປະຊາຊົນ ສ້າງສາພັດທະນາບ້ານ​ເຮັດ​ໃຫ້​ບ້ານ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ທ່ານ​ເຈົ້າ​ເມືອງ ຫຼື ທີ່​ຊາວບ້ານ​ເອີ້ນ​ກັນ​ວ່າ ພະຍາ​ເຈົ້າ​ເມືອງ​ໃນ​ເວລາ​ນັ້ນ ​ໄດ້​ປ່ຽນ​ຊື່ ບ້ານ​ມາ​ເປັນ ບ້ານ​ສີ​ບຸນ​ເຮືອງ ​ໃນ​ປະຈຸ​ບັນ.

ມາ​ຮອດ​ປີ 2005 ຫາ 2013 ​ໄດ້​​ເຕົ້າໂຮມ​ເອົາ​ບ້ານດອນ​ແກ້ວ, ບ້ານຫ້ວຍເຮຍ ​ແລະ ບ້ານ​ດອນ​ເມືອງ ​ເຂົ້າ​ມາ​ເປັນ​ ບ້ານສີ​ບຸນ​ເຮືອງ ແລະ ມາທ້າຍປີ 2013 ເປັນຕົ້ນມາກໍ່ໄດ້ເລີ່ມເຮັດທົດລອງເປັນ ບ້ານ 3 ສ້າງ ຈົນມາຮອດປີ 2015 ໄດ້ມີການປະເມີນຄືນວຽກງານດັ່ງກ່າວ ເຊິ່ງກໍ່ໄດ້ຮັບນາມມະຍົດເປັນບ້ານພັດທະນາດີເດັ່ນແຫ່ງຊາດ.

ບ້ານສີ​ບຸນ​ເຮືອງ ເມືອງຮຸນ ຈັດເຂົ້າເປັນບ້ານເອກະລາດ ໃນປີ 2015 ແລະ ເປັນບ້ານໃຈກາງຂອງຈຸດສຸມ: ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ຂຶ້ນກັບ ເມືອງຮຸນ, ແຂວງອຸດົມໄຊ, ຊຶ່ງຕັ້ງຢູ່ຫ່າງຈາກ ເທດສະບານເມືອງ ໄປທາງທິດຕາ​ເວັນ​ຕົກ 20 ກິໂລແມັດ ມີເນື້ອທີ່ທັງໝົດ 3,556 ເຮັກຕາ ແລະ ແບ່ງເປັນ 8 ປະເພດການນຳໃຊ້, ພື້ນທີ່ສ່ວນໃຫຍ່ເປັນເຂດພູດອຍ ກວມ 75% ຂອງເນື້ອທີ່ທັງໝົດ. ບ້ານສີ​ບຸນ​ເຮືອງ ມີ 807 ຫຼັງຄາເຮືອນ, ມີ 1,196 ຄອບຄົວ, ມີພົນລະເມືອງທັງໝົດ 4,799 ຄົນ, ຍິງ 2,403 ຄົນ, ໃນນັ້ນ ມີພົນລະເມືອງທຸກ 348 ຄົນ, ຍິງ 179 ຄົນ, ກວມ 7.14% ຂອງພົນລະເມືອງທັງໝົດ, ມີຄົວເຮືອນທຸກ 59 ຄົວເຮືອນ ກວມ 7.24% ຂອງຄົວເຮືອນທັງໝົດ, ​ພາຍໃນບ້ານປະກອບມີ 3 ຊົນເຜົ່າ, ຄື: ເຜົ່າລາວລຸ່ມ ກວມ 32%, ເຜົ່າກືມມຸ 49,5%, ເຜົ່າມົ້ງ 18,5%, ບ້ານ​ສີ​ບຸນ​ເຮືອງ​ ແບ່ງ​ອອກ​ເປັນ 3 ຄຸ້ມ​ໃຫ່ຍ, ມີ 45 ໜ່ວຍ ໃນ​ການ​ບໍລິຫານ​ຄຸ້ມ​ຄອງ​, ປະຊາຊົນສ່ວນໃຫ່ຍແມ່ນຍຶດຖືອາຊີບການເຮັດການກະສິກຳ ເຊັ່ນ: ການ​ປູກພືດເປັນສິນຄ້າ ແລະ ເຮັດ​ນາເປັນອາຊີບຕົ້ນຕໍ, ສ່ວນອາຊີບສຳຮອງແມ່ນການລ້ຽງສັດ, ຄ້າຂາຍ ແລະ ບໍລິການຈຳນວນໜຶ່ງ.

ຜົນສໍາເລັດຂອງການປະເມີນຕາມມາດຕະຖານສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດຂອງ ບ້ານ ສີບຸນເຮືອງ ຕາມດໍາລັດ 348/ລບ, ບົນພື້ນຖານແມ່ນໄດ້ປະເມີນຜ່ານ ຕາມ 16 ມາດຕະຖານສ້າງບ້ານໃຫ່ຍກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມດໍາ ລັດ 348/ລບ ແລະ ບົດແນະນໍາ 0830/ກປ ຜ່ານການຈັດຕັ້ງປະຕິບັດເຫັນວ່າ ແຕ່ລະມາດຖານແມ່ນຜ່ານຕາມມາດຖານທີ່ກຳນົດໄວ້ ເປັນຕົ້ນແມ່ນ ບ້ານສີບຸນເຮືອງ ເປັນບ້ານພັດທະນາຊົນນະບົດ ບ້ານມີຫົວຫນ່ວຍຜະລິດເປັນສິນຄ້າ, ການບໍລິການ, ສະຫະກອນ ຫຼື ກຸ່ມຜະລິດມີປະສິດທິຜົນ, ບ້ານເປັນໃຈກາງທາງດ້ານເສດຖະກິດ, ວັດທະນາທໍາ-ສັງຄົມ ຢູ່ຊົນນະບົດ, ອໍານວຍຄວາມສະດວກໃນການສ້າງບ້ານພັດທະນາໃຫ້ບັບດາບ້ານອ້ອມຂ້າງ, ມີເສັ້ນທາງຄົມມະນາຄົມເຊື່ອມຈອດບັນດາບ້ານອອ້ມຂ້າງ, ເມືອງ, ເທດສະບານ ສະດວກ, ມີພື້ນຖານການຜະລິດ ແລະ ການປຸງແຕ່ງເປັນສິນຄ້າທີ່ຫມັ້ນຄົງ, ມີຕະຫຼາດຖາວອນທີ່ມີການ ຊື້-ຂາຍ ເປັນປະຈໍາ, ມີສູນບໍລິການໄປສະນີ ໂທລະຄົມມະນາຄົມ, ມີສະຖານີບໍລິການເຕັກນິກກະສິກໍາ ແລະ ປ່າໄມ້ ຫຼື ຫ້ອງຮຽນຮູ້ຊົນນະບົດ, ມີຫນ່ວຍບໍລິການທະນາຄານ, ຫນ່ວຍບໍລິການການເງິນຈຸລະພາກ, ມີສຸກສາລາ ຫຼື ໂຮງຫມໍນ້ອຍ, ມີລະບົບນໍ້າປະປາຊຸມຊົນ, ມີຕາຂ່າຍໄຟຟ້າໃນລະບົບ, ມີໂຮງຮຽນປະຖົມສົມບູນ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ, ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດຕິຜົນ ແລະ ຢືນຢົງ, ມີລາຍໄດ້ສະເລ່ຍ 7,2 ລ້ານກີບ ຕໍ່ຄົນຕໍ່ປີຂື້ນໄປ, ມີພົນລະເມືອງ 1,000 ຄົນ ຂຶ້ນໄປ, ສໍາລັບບ້ານຢູ່ເຂດຊົນນະບົດພູດອຍ ຫຼື ມີພົນລະເມືອງ 3,000 ຄົນຂຶ້ນໄປ ສໍາລັບເຂດຊົນນະບົດທົ່ງພຽງ.

ນອກນີ້ ຍັງໄດ້ມີທິດທາງແຜນການ ເພື່ອສືບຕໍ່ຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນການປະກາດ ແລະ ຮັບຮອງ ບ້ານສີບຸນ ເມືອງ ເມືອງຮຸນ ເປັນຕົວເມືອງໃນຊົນນະບົດ ຕ້ອງສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດລາຍລະອຽດມີບັນດາໜ້າວຽກຕ່າງໆ. ເພື່ອໃຫ້ທິດທາງແຜນການ ແລະ ແຜນຂໍ້ແຂ່ງຂັນຍ້ອງຍໍໃຫ້ປະກົດຜົນເປັນຈີງ. ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ກໍ່ໄດ້ເນັ້ນໃຫ້ ຄະນະຮັບຜິດຊອບຂັ້ນຕ່າງໆ ຈົ່ງເອົາໃຈໃສ່ເຂົ້າໃນໜ້າວຽກງານທີ່ໄດ້ກຳນົດໄວ້ໃນ 15 ກິດຈະກຳ ໃຫ້ປະກົດຜົນເປັນຈີງ ແລະ ມີປະສິດທິພາບ. ພິທີພາຍຫຼັງຜ່ານແຜນດຳເນີນງານກິດຈະກຳແລ້ວ ຄະນະຮັບຜິດຊອບກໍ່ໄດ້ຂື້ນຈັບມືແຂ່ງຂັນ ຕາມ 4 ກຸ່ມວຽກ 15 ກິດຈະກຳ ພ້ອມທັງເປີດປ້າຍພິທີ ຂໍ້ແຂ່ງຂັນ ຕາມ 4 ກຸ່ມວຽກ ບ້ານສີບຸນເມືອງ ເມືອງຮຸນ ແຂວງອຸດົມໄຊ ຢ່າງເປັນທາງການ.

ພິທີດັ່ງກ່າວ ແມ່ນໄດ້ຈັດຂື້ນ ໃນວັນທີ 6 ພຶດສະພາ 2024 ທີ່ສະໂມສອນຂອງ ບ້ານສີບຸນເມືອງ ເມືອງຮຸນ ໂດຍການເປັນປະທານຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີ ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຮຸນ, ມີຄະນະຮັບຜິດຊອບເປີດບັ້ນຂໍ້ແຂ່ງຂັ້ນ ຂັ້ນແຂວງ, ຂັ້ນເມືອງ ຕະຫລວດຮອດຄະນະພັກເຂດ, ຄະນະພັກບ້ານ, ເຖົ້າແກ່ແນວໂຮມ ປະຊາຊົນບັນດາເຜົ່າ ແລະ ພະນັກງານຮັບຜິດຊອບວຽກງານດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

ນັກຂ່າວ: ແສງອາທິດ