ອົງການປົກຄອງ ແຂວງອຸດົມໄຊ ແລະ ມະຫາວິທະຍາໄລ ສຸພານຸວົງ ພົບປະ ແລກປ່ຽນບົດຮຽນ ຮ່ວມກັນ

ຕອນເຊົ້າວັນທີ 3 ພຶດສະພາ 2024 ນີ້ ທີ່ ຫ້ອງປະຊຸມ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດພິທີ ພົບປະ ລະຫວ່າງ ອົງການປົກຄອງ ແຂວງອຸດົມໄຊ ແລະ ມະຫາວິທະຍາໄລ ສຸພານຸວົງ ເຊິ່ງຕາງໜ້າຝ່າຍ ແຂວງອຸດົມໄຊ ນຳໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ແລະ ຕາງໜ້າຝ່າຍ ມະຫາວິທະຍາໄລສຸພານຸວົງ ນຳໂດຍ ທ່ານ ສຈ ປອ ບຸນທະວີ ສີສຸພັນທອງ ປະທານສະພາ ມະຫາວິທະຍາໄລສຸພານຸວົງ, ພ້ອມຕາງຫນ້າຄະນະນຳທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະ ແລກປ່ຽນບົດຮຽນລະຫວ່າງ ອົງການປົກຄອງ ແຂວງອຸດົມໄຊ ແລະ ມະຫາວິທະຍາໄລ ສຸພານຸວົງ ຄັ້ງນີ້

ກໍເພື່ອສະຫລຸບ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໂດຍສະເພາະແມ່ນ ລົງເລິກວຽກງານ ດ້ານການບໍລິຫານ-ຄຸ້ມຄອງ, ການຄົ້ນຄວ້າວິທະຍາສາດ – ບໍລິການ ວິຊາການ, ພັດທະນາບຸກຄະລາກອນ, ເສດຖະກິດ, ແຮງງານ ແລະ ບັນຫາ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ວຽກງານອື່ນໆ ພ້ອມກັນ ຄົ້ນຄວ້າ ແລະ ພິຈາລະນາ ໃນການຊອກຫາແນວທາງ ປັບປຸງ ແກ້ໄຂ ຮ່ວມກັນ ໃນຕໍ່ຫນ້າ. ການພົບປະ ສອງຝ່າຍໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງແຂວງອຸດົມໄຊ ເປັນຕົ້ນແມ່ນ ແຜນພັດທະນາ ເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການດຶງດູດການລົງທຶນ, ການພັດທະນາທາງດ້ານກະສິກໍາ, ວຽກງານອຸດສາຫະກຳ – ການຄ້າ, ການພັດທະນາ ວຽກງານດ້ານການທ່ອງທ່ຽວ ຕາມທ່າແຮງຂອງແຂວງ, ວຽກງານການສຶກສາ, ການພັດທະນາບັນດາພື້ນຖານໂຄງລ່າງທີ່ໄດ້ຮັບທຶນການຊ່ວຍເຫລືອ ຈາກອົງການຈັດຕັ້ງສາກົນ ລວມທັງ ບັນຫາ ທີ່ກຳລັງພົບພໍ້ໃນປັດຈຸບັນ ກໍຄື ອັດຕາເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມສູງຂຶ້ນ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ການມົ້ວສຸມ, ຊຸມແຊວ ສິ່ງເສບຕິດ ແລະ ຫລິ້ນກິນຟຸມເຟື່ອຍຂອງໄວຫນຸ່ມ.

ຈາກນັ້ນ ທາງມະຫາວິທະຍາໄລ ສຸພານຸວົງ ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຕົນ ໂດຍສະເພາະແມ່ນ ພາລະບົດບາດ, ສິດ, ຫນ້າທີ່, ຄວາມຮັບຜິດຊອບຂອງ ມະຫາວິທະຍາໄລສຸພານຸວົງ ນັບຕັ້ງແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ລາຍງານ ຈຸດປະສົງ ຂອງການພົບປະ ແລກປ່ຽນບົດຮຽນ ຮ່ວມກັນໂອກາດ ດັ່ງກ່າວ ທັງສອງຝ່າຍໄດ້ພ້ອມກັນມີຄໍາຄິດເຫັນຕໍ່ກັບແຕ່ລະບັນຫາທີ່ໄດ້ຍົກຂຶ້ນມາສົນທະນາກັນ ເພື່ອຊອກຫາທາງອອກ ແລະ ກຳນົດແນວທາງໃນການແກ້ໄຂໃນຕໍ່ຫນ້າຮ່ວມກັນ. ນອກນັ້ນ ແຂວງອຸດົມໄຊ ຍັງໄດ້ສະເຫນີໃຫ້ ມະຫາວິທະຍາໄລ ສຸພານຸວົງ ຊ່ວຍ ຄົ້ນຄວ້າ, ວິເຄາະ, ວິໄຈ ຫລື ກຳນົດ ກ່ຽວກັບແຜນພັດທະນາທາງດ້ານກະສິກຳ, ການບໍລິການດ້ານການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ ແລະ ການປະກອບສ່ວນມີຄຳຄິດເຫັນ ຕໍ່ກັບເນື້ອໃນ ແຜນພັດທະນາ ເສດຖະກິດ – ສັງຄົມ ໃນການຫ້າງຫາກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງອຸດົມໄຊ ຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ