ແຂວງອຸດົມໄຊ ສ້າງຂະບວນການ ອອກແຮງງານ ຂ່ຳນັບຮັບຕ້ອນວັນສຳຄັນຂອງແຂວງ

      ທ້າຍອາທິດຜ່ານມາ ອົງການພັດທະນາ ແລະ ບໍລິຫານຕົວເມືອງໄຊ ໄດ້ນໍາພາ ພະນັກງານ – ລັດຖະກອນ ຈາກພາກສ່ວນຕ່າງໆ ອ້ອມຂ້າງແຂວງ ອຸດົມໄຊ ສ້າງຂະບວນການ ອອກແຮງງານ ລວມ ຢູ່ພາຍໃນເທດສະບານ ແຂວງ.

      ການສ້າງຂະບວນການອອກແຮງງານ ລວມໃນຄັ້ງນີ້ ກໍເພື່ອເປັນການ ຫ້າງຫາກະກຽມ ຂໍ່ນັບຮັບຕ້ອນ ໃນການສະເຫລີມສະຫລອງ ວັນສຳຄັນຂອງແຂວງ ໂດຍສະເພາະແມ່ນ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ຄົບຮອບ 60 ປີ ທີ່ຈະມາເຖິງໃນມໍ່ໆນີ້. ນອກນັ້ນ ຍັງເປັນການເຮັດໃຫ້ສະຖານທີ່ໃນຈຸດຕ່າງໆ ພາຍໃນເທດສະບານແຂວງ ມີຄວາມສະອາດ ແລະ ງາມຕາ. ເຊິ່ງການອອກແຮງງານດັ່ງກ່າວ ປະກອບມີ: ປັດ, ກວາດ, ອະນາໄມ, ເກັບຂີ້ເຫຍື້ອ, ຕັດ – ຖາງຫຍ້າ ຢູ່ບໍລິເວນ ເສັ້ນທາງຫລວງ, ສະຖານທີ່ສໍາຄັນຂອງແຂວງ ຄື: ອານຸສາວະລີ ປະທານໄກສອນ ພົມວິຫານ, ສະໂມສອນ ແຂວງ, ວັດພູທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ແລະ ອື່ນໆ ນອກນັ້ນ ຍັງໄດ້ມີການອະນາໄມ ແລະ ທາສີ ຕາມຂອບທາງ, ຂົວ ລວມທັງ ບົວລະບັດຮັກສາ, ຕັດແຕ່ງຕົ້ນໄມ້ ແລະ ສ່ວນດອກໄມ້ ຕາມສຳນັກງານ ຫ້ອງການ.      ສໍາລັບ ການສ້າງຂະບວນການອອກແຮງງານລວມ ແມ່ນຈະໄດ້ມີການເຄື່ອນໄຫວ ທຸກໆ ອາທິດ ຈົນກວ່າ ຈະຮອດມື້ ສະເຫລີມ ສະຫລອງວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປ້ອງກັນຄວາມສະຫງົບ ແຂວງ ຄົບຮອບ 60 ປີ ໃນວັນທີ 15 ກໍລະກົດ 2022 ນີ້.

ຂ່າວ: ຄານມະນີ ຮຽນດໍຈັນ