ກອງປະຊຸມອົງການປົກຄອງແຂວງ ເປີດກ້ວາງ ຄັ້ງທີ I

ກອງປະຊຸມອົງການປົກຄອງ ແຂວງອຸດົມໄຊ ເປີດກ້ວາງ ຄັ້ງທີ I ປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2022 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີຄະນະສະພາປະຊາຊົນແຂວງ, ຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກ, ສອງກອງບັນຊາການ ທະຫານ-ຕ່ຳຫລວດ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານເຈົ້າແຂວງອຸດົມໄຊ ໄດ້ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງບັນດາສະມາຊິກອົງການປົກຄອງໃນໄລຍະຜ່ານມາ ເຖິງວ່າມີຄວາມຫຍຸ້ງຍາກ ແຕ່ຍ້ອນຄວາມເອົາໃຈໃສ່ຂອງສະມາຊິກອົງການປົກຄອງ, ການເຂົ້າຮ່ວມຂອງພາກສ່ວນຕ່າງໆໃນສັງຄົມ ພວກເຮົາສາມາດຍາດໄດ້ ຜົນສໍາເລັດຫຼາຍດ້ານ ໂດຍລວມແມ່ນ ບັນລຸຕາມຄາດໝາຍທີ່ສະພາໄດ້ຮັບຮອງເອົາ ອັນພົ້ນເດັ່ນ ແມ່ນຍັງສືບຕໍ່ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ; ເສດຖະກິດຍັງສືບຕໍ່ຂະຫຍາຍຕົວ; ບັນຍາກາດການລົງທຶນ, ການປູກ-ການລ້ຽງ ຂອງປະຊາຊົນບັນດາເຜົ່າ ກໍ່ຍັງເປັນຂະບວນການຟົດຟື້ນດີ, ການຂຸດຄົ້ນຈັດເກັບລາຍຮັບເຂົ້າງົບປະມານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ; ວຽກງານສຶກສາ, ສາທາລະນະສຸກ, ສະຫວັດດີການສັງຄົມ, ການຕ້ານ, ສະກັດກັ້ນ ແລະ ຄວບຄຸມແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດຕາມລະດູການ ກໍ່ມີຜົນສໍາເລັດໂດຍພື້ນຖານ, ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າ. ອັນທີ່ພົ້ນເດັ່ນແມ່ນ ພວກເຮົາໄດ້ສຳເລັດ ການສະເຫລີມສະຫລອງ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງກອງກຳລັງປ້ອງກັນຄວາມສະຫງົບແຂວງ ຄົບຮອບ 60 ປີ ແລະ ສອງວັນປະຫວັດສາດ ລາວ-ຫວຽດນາມ ດ້ວຍບັນຍາກາດທີ່ມີຄວາມສາມັກຄີ, ເປັນຈິດຫນຶ່ງໃຈດຽວ ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ມູນເຊື້ອ ມີຄວາມເອກອ້າງທະນົງໃຈ ຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງແຂວງອຸດົມໄຊ ຕະຫລອດໄລຍະ 60 ປີຜ່ານມາ.

ພ້ອມດຽວກັນ ກອງປະຊຸມຍັງໄດ້ຮັບຟັງບົດລາຍງານຫຍໍ້ ຕີລາຄາການຊີ້ນຳ-ນຳພາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ບົດລາຍງານຫຍໍ້ ຕີລາຄາການຈັດຕັ້ງປະຕິບັດວຽກງານຄຸມຄອງປ່າໄມ້ທຸກປະເພດພາຍໃນແຂວງ ໄລຍະຜ່ານມາ ແລະ ທິດທາງແຜນການ, ມາດຕະການຄຸ້ມຄອງ, ສະກັດກັ້ນການບຸກລຸກຖາງປ່າໃນຕໍ່ໜ້າ, ບົດລາຍງານການຄຸ້ມຄອງ ແກ້ໄຂບັນຫາຂໍ່້ຄັດແຍ່ງທີ່ດິນແຕ່ລະປະເພດ (ການອອກໃບນຳໃຊ້ທີດິນ, ການຄຸ້ມຄອງ ແລະ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ) ໃນໄລຍະຜ່ານມາ ແລະ ທິດທາງແຜນການ, ຮັບຟັງບົດລາຍງານ ຕິລາຄາການຕັດຕັ້ງປະຕິບັດ ການພັດທະນາ ແລະ ຄຸ້ມຄອງການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ, ຄາລາໂອເກະ ແລະ ການທ່ອງທ່ຽວໃນໄລຍະຜ່ານມາ ແລະ ທິດທາງແຜນການ, ມາດຕະການແກ້ໄຂ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການຈັດງານປະເພນີຕ່າງໆ ຢູ່ ແຂວງອຸດົມໄຊ, ຜ່ານຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍລັດຖະບັນຍັດປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ຂໍຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນທົ່ວແຂວງອຸດົມໄຊ ສະບັບປັບປຸງໃຫມ່, ຂໍ້ຕົກລົງ ວ່າດ້ວຍການຄຸມຄອງຢາປາບສັດຕູພືດ, ຂໍ້ຕົກລົງ ວ່າດ້ວຍການຫັນເປັນທັນສະໄໝລະບົບບໍລິຫານ ແລະ ບໍລິການລັດແບບດີຈີຕອນ, ຂໍຕົກລົງ ວ່າດ້ວຍການປະສານງານ ລະຫວ່າງ ພະແນກການ, ອົງການລັດທຽບເທົ່າພະແນກຂັ້ນແຂວງ-ເມືອງ ກັບ ຫ້ອງວ່າການແຂວງ, ຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມຂອງພະນັກງານ-ລັດຖະກອນ ຢູ່ ແຂວງອຸດົມໄຊ, ຮັບຟັງບົດລາຍງານ ກ່ຽວກັບການຄຸ້ມຄອງສິ່ງປຸກສ້າງພາຍໃນເທດສະບານ ແຂວງອຸດົມໄຊ, ພິຈາລະນາຮັບຮອງ ກ່ຽວກັບປ້າຍ, ຊື່ປ້າຍ ແລະ ຮູບປັ້ນຈຳລອງ 12 ຊົນເຜົ່າ ຢູ່ ສວນສາທາລະນະ 2 ຈຸດ ພາຍໃນເທດສະບານ ເມືອງໄຊ.

ນອກນີ້ ກອງປະຊຸມຍັງໄດ້ເປີດກ້ວາງໃຫ້ຜູ້ແທນ ໄດ້ປະກອບຄຳຄິດເຫັນເຂົ້າໃນແຕ່ລະຂົງເຂດວຽກງານ ແລະ ຂໍ້ຕົກລົງຕ່າງໆ, ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນໃນການປະກອບຄຳຄິດຄຳເຫັນ, ຕີລາຄາລົງເລິກບັນຫາໃຫ້ລະອຽດ ເພື່ອໃຫ້ເຫັນໄດ້ ດ້ານດີ-ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ, ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ລວມທັງທິດທາງແກ້ໄຂ, ລະບອບແບບແຜນເຮັດວຽກ ແລະ ກຳນົດວຽກງານຈຸດສຸມຂອງແຂວງໃນຕໍ່ຫນ້າ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນ 6 ເດືອນທ້າຍປີ 2022 ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.