ການແລກປ່ຽນບົດຮຽນ ລະຫວ່າງ ສະພາແຫ່ງຊາດ ລາວ – ສະພາແຫ່ງຊາດ ຫວຽດນາມ ຄັ້ງທີ XII ທີ່ ແຂວງອຸດົມໄຊ

ເພື່ອປະຕິບັດຕາມ ບົດບັນທຶກ ການຮ່ວມມື ລະຫວ່າງ ສອງ ສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດ ຫວຽດນາມ ເພື່ອຄົ້ນຄວ້າ ແລກປ່ຽນບົດຮຽນ ປະສົບການ ເຊິ່ງກັນ ແລະ ກັນ ຂອງສອງ ຫ້ອງວ່າການ ສະພາແຫ່ງຊາດ ຄະນະເລຂາທິການ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ພົບປະ ແລກປ່ຽນບົດຮຽນ ລະຫວ່າງ ສອງ ສະພາແຫ່ງຊາດ ລາວ – ຫວຽດນາມ ຄັ້ງທີ XII ທີ່ ແຂວງອຸດົມໄຊ ໃນລະຫວ່າງ ວັນທີ 06 ມີນາ 2024 ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ກໍາມະການ ສູນກາງພັກ ຄະນະປະຈຳ ສະພາແຫ່ງຊາດ ເລຂາທິການ ສະພາແຫ່ງຊາດ ລາວ ແລະ ສະຫາຍ ບຸ໋ຍ ວັນ ເກື່ອງ ກໍາມະການສູນກາງ ພັກກອມມູນິດ ຫວຽດນາມ, ເລຂາທິການ, ຫົວໜ້າ ຫ້ອງວ່າການ ສະພາແຫ່ງຊາດ; ເຂົ້າຮ່ວມເປັນກຽດມີ ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການ ສູນກາງພັກ, ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາຄະນະເລຂາທິການສະພາແຫ່ງຊາດ, ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ອຸດົມໄຊ ມີ ປະທານ ສະພາປະຊາຊົນ ແຂວງອຸດົມໄຊ, ຮອງເລຂາທິການ ສະພາແຫ່ງຊາດ ລາວ-ຫວຽດນາມ, ເລຂາ-ຮອງເລຂາທິການສະພາປະຊາຊົນຂັ້ນແຂວງທົ່ວປະເທດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານລັດຖະກອນ ສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ.


ການຈັດສຳມະນາຄັ້ງນີ້ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງພະພາແຫ່ງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ສອງຫ້ອງວ່າການສະພາແຫ່ງຊາດ ໃຫ້ນັບມື້ນັບແຕກດອກອອກຜົນແທ້ຈິງ ທັງເປັນການສະຫລຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກວ່າດ້ວຍການພົວພັນຮ່ວມມືຂອງສອຝ່າຍ ໃນໄລຍະປີ 2022-2024 ແລະ ທິດທາງແຜນການ ໄລຍະປີ 2024-2026; ເພື່ອແລກປ່ຽນບົດຮຽນຮ່ວມກັນຕໍ່ເນື້ອໃນ ຈຳນວນໜຶ່ງ ເຊັ່ນ: ບົດຮຽນການເປັນຫ້ອງສະໝຸດທັນສະໄໝ ແລະ ການລິເລີ່ມສ້າງຊ່ອງໂທລະພາບຂອງສະພາແຫ່ງຊາດລາວ; ນອກນັ້ນ, ຍັງໄດ້ສຸມໃສ່ປະກອບຄຳເຫັນ ແລະ ປຶກສາຫາລືຮ່ວມກັນຢ່າງກົງໄປກົງມາ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.


ໂອກາດກ່າວເປີດ ກອງປະຊຸມ, ສະຫາຍ ນາງ ປິ່ງຄຳ ລາຊະສິນມາ ກ່າວວ່າ: ການພົບປະຂອງສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ໃນຄັ້ງນີ້ ເປັນການຜັນຂະຫຍາຍຜົນການພົບປະ ແລະ ຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຄະນະຜູ້ແທນຂັ້ນສູງຂອງສອງສະພາແຫ່ງຊາດ ສປປ ລາວ ແລະ ສສ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນຍ ເຊິ່ງທ່ານປະທານສະພາແຫ່ງຊາດ ລາວ-ຫວຽດນາມ ໄດ້ເຫັນດີນຳກັນໃນການລົງນາມສາຍພົວພັນຮ່ວມມື ກ່ຽວກັບການສ້າງເງື່ອນໄຂໃຫ້ກົງຈັກເສນາທິການຂອງສະພາແຫ່ງຊາດ ລາວ-ຫວຽດນາມ ສືບຕໍ່ພົບປະແລກປ່ຽນບົດຮຽນນຳກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກເສນາທິການດ້ານຕ່າງໆ ແນໃສ່ເຮັດໃຫ້ການເປັນເສນາທິການ ນັບມື້ມີປະສິດທິພາບ ປະສິດທິຜົນ ສູງຂຶ້ນ, ທັງສ້າງເງື່ອນໄຂໃຫ້ແກ່ທັງສອງພາກສ່ວນເຄື່ອນໄຫວວຽກງານໃນເງື່ອນໄຂການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍຫັນໄປສູ່ທັນສະໄໝ, ກ້າວເຂົ້າສູ່ຄຸນນະພາບອັນໃໝ່ໆ ແລະ ນັບມື້ມີຫຼາກຫຼາຍສີສັນ. ພ້ອມດຽວກັນນັ້ນ, ປີ 2024 ນີ້ ກໍເປັນປີທີ່ສອງຝ່າຍຈະໄດ້ສືບຕໍ່ເຄື່ອນໄຫວຮ່ວມກັນໃນຫຼາຍດ້ານ ເປັນຕົ້ນ ການຮ່ວມມືສະໜັບສະໜູນເຊິງກັນ ແລະ ກັນ ໃນເວທີຂອງພາກພື້ນ ແລະ ສາກົນ. ອັນພົ້ນເດັ່ນ ປີ 2024 ນີ້.

ການເປັນເຈົ້າພາບ ຈັດກອງປະຊຸມ

ສະພາແຫ່ງຊາດ ລາວ ໄດ້ຮັບການໝູນວຽນເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງ ຊາດອາຊຽນ (AIPA) ຄັ້ງທີ 45 ສະນັ້ນ, ສອງ ສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດ ຫວຽດນາມ ຈະຕ້ອງໄດ້ປຶກສາຫາລື ສະໜັບສະໜູນ ມີຄວາມເປັນເອກະພາບຕໍ່ທັດສະນະ ແລະ ບັນຫາສຳຄັນຕ່າງໆ; ເປັນການສ້າງເງ່ືອນໄຂໃຫ້ແກ່ການແລກປ່ຽນບົດຮຽນ ປະສົບການ ໃນການເປັນເສນາທິການຮັບໃຊ້ວຽກງານຂອງ ສະພາແຫ່ງຊາດ ເປັນການປູກຝັງ ແລະ ຮັກສາມູນເຊື້ອ ແຫ່ງ ຄວາມສາມັກຄີ ຮັກແພງ ຂອງສອງຝ່າຍ ລາວ-ຫວຽດນາມ ໃຫ້ແກ່ພະນັກງານ, ວິຊາການລຸ້ນສືບທອດ ໄດ້ມີໂອກາດພົບປະລຶ້ງເຄີຍ ແລະ ເຄື່ອນໄຫວກິດຈະກຳ ດ້ານກິລາ-ສີລະປະວັນນະຄະດີ ແລະ ທ່ຽວຊົມສະຖານທີ່ອັນເປັນພື້ນຖານເສດຖະກິດ ແລະ ວັດທະນະທຳ ຮີດຄອງປະເພນີ ທີ່ເປັນເອກະລັກຂອງພວກເຮົາ.