Unitel ມອບ ອິນເຕີເນັດ ຈຳນວນ 8 ແອັກຄາວ ໃຫ້ແຂວງອຸດົມໄຊ ນຳໃຊ້

Unitel ມອບ ອິນເຕີເນັດ

ຕອນບ່າຍ ຂອງວັນທີ 14 ມີນາ 2024 ບໍລິສັດ ສະຕາໂທລະຄົມ ຫຼື Unitel ມອບ ອິນເຕີເນັດ ຄວາມໄວສູງ ໄລຍະນຳໃຊ້ 1ປີ ໃຫ້ ແຂວງອຸດົມໄຊ ນຳໃຊ້ເຂົ້າໃນ ວຽກງານຂອງພາກລັດ ເພື່ອຫັນເປັນທັນສະໄໝເປັນຕົ້ນແມ່ນ: ການຄົ້ນຫາຂໍ້ມູນ ການສົ່ງເອກະສານ ການສື່ສານ ແລະ ການປະຊຸມທາງໄກ ແລະ ອື່ນໆ

ຕາງໜ້າມອບໂດຍ ທ່ານ ທ່ານ ລວຽນງ໋ອກຢຸຍ ອຳນວຍການບໍລິສັດ Unitel ສາຂາ ແຂວງອຸດົມໄຊ ພ້ອມດ້ວຍທີມງານຂອງ Unitel ຢູ່ ແຂວງອຸດົມໄຊ ແລະ ຕາງໜ້າຮັບແມ່ນ ທ່ານ ນ. ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າ ຫ້ອງວ່າການ ແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ອິນເຕີເນັດ Unitel ໄດ້ຕິດຕັ້ງ ໃຫ້ ຫ້ອງວ່າການແຂວງ ແລະ ຫ້ອງວ່າການ 7 ເມືອງ

ອິນເຕີເນັດ Unitel ທີ່ມອບຄັ້ງນີ້ ມີຈຳນວນ ທັງໝົດ 8 ແອັກຄາວ ລວມມູນຄ່າ 18,720,000 ກີບ (ສິບແປດລ້ານ ເຈັດແສນ ຊາວພັນ ກີບ) ແລະ ອິນເຕີເນັດ ດັ່ງກ່າວນີ້ແມ່ນໄດ້ຕິດຕັ້ງຢູ່ ຫ້ອງວ່າການແຂວງ ແລະ ບັນດາ ຫ້ອງວ່າການເມືອງ 7 ເມືອງ ຢູ່ ແຂວງອຸດົມໄຊ ໄດ້ສຳເລັດ ຮຽບຮ້ອຍແລ້ວ.