ທ່ານ ເຈົ້າແຂວງອຸດົມໄຊ ຕ້ອນຮັບ ເອກອັກຄະຣາຊະທູດ ຢີປຸນ ປະຈຳ ສປປ ລາວ

  ໃນໂອກາດທີ່ທ່ານ ໂຄບາຢາຊິ ເຄນອີຈິ ເອກອັກຄະຣາຊະທູດ ຢີປຸນ ປະຈໍາ ສປປລາວ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ພາກເໜືອ ຂອງລາວ ໂດຍສະເພາະແມ່ນແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ມາໃນວັນທີ 31 ພຶດສະພາ   ທ່ານບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ຈັດພິທີ ຕ້ອນຮັບການຢ້ຽມຂ່ຳນັບຢ່າງເປັນທາງການຂື້ນ ທີ່ຫ້ອງວ່າການແຂວງ.

    ທ່ານ ໂຄບາຢາຊິ ເຄນອີຈິ ເອກອັກຄະຣາຊະທູດ ຢີປຸນ ປະຈໍາ ສປປລາວ ກ່າວວ່າ: ການເຂົ້າຢ້ຽມຂ່ຳນັບ ທ່ານເຈົ້າແຂວງອຸດົມໄຊ ໃນຄັ້ງນີ້ ມີຈຸດປະສົງ ແລະ ເປົ້າໝາຍ  ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງພາກເໜືອ ໂດຍສະເພາະແມ່ນແຂວງອຸດົມໄຊຄັ້ງນີ້ ກໍຄືການເຂົ້າຮ່ວມພິທີ ມອບ – ຮັບໂຄງການກໍ່ສ້າງ ແລະ ສ້ອມແປງລະບົບນໍ້າລິນ ທີ່ບ້ານລ້ອງຍາ ແລະ ບ້ານແສນລາດ ເມືອງໄຊ ລວມທັງ ຢ້ຽມຢາມ ສູນຫັດຖະກຳໄທລື້ ບ້ານປາສັກ,ສູນຂໍ້ມູນຂ່າວສານ ການທ່ອງທ່ຽວແຂວງ,ຫໍພິພິຕະພັນແຂວງ ແລະ ສະຖານທີ່ສຳຄັນອື່ນໆ ພາຍໃນເທດສະບານແຂວງອຸດົມໄຊ.

   ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນເຖິງສະພາບຄວາມຫຍຸ້ງຍາກຫລາຍດ້ານ ຂອງແຂວງ ໂດຍສະເພາະແມ່ນ ວຽກງານສຶກສາ,ສາທາ ຕະຫລອດຮອດພື້ນຖານໂຄງລ່າງ, ບຸກຄະລາກອນ ແລະ ການລົງທຶນ ພ້ອມທັງ ສະເໜີ ຕໍ່ເອກອັກຄະຣາຊະທູດ ນຳເອົາ ຄຳຄິດ,ຄຳສະເໜີດັ່ງກ່າວ ໄປຄົ້ນຄວ້າ ພິຈາລະນາ ໃນການຊຸກຍູ້ຊ່ວຍເຫລືອ ໃນຕໍ່ຫນ້າ ພ້ອມທັງ ເປັນຂົວຕໍ່ສຳຄັນ ໃນການດຶງດູດ ເອົານັກລົງທຶນຊາວຢີປຸນ ເຂົ້າມາລົງທຶນ ຢູ່ພາຍໃນແຂວງອຸດົມໄຊ.   ໂອກາດດຽວກັນ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ຍັງໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ໂຄບາຢາຊິ ເຄນອີຈິ ເອກອັກຄະຣາຊະທູດ ຢີປຸນ ປະຈຳລາວ ທີ່ເດີນທາງເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນ ການເຂົ້າຢ້ຽມຂ່ຳນັບ ໃນຄັ້ງນີ້ ແລະ ຫວັງວ່າ ຈະໄດ້ຕ້ອນຮັບ ໃນໂອກາດໜ້າຕື່ມອີກ.  

ນັກຂ່າວ: ຄານມະນີ ຮຽນດໍຈັນ