ແຂວງອຸດົມໄຊ ສະເຫຼີມສະຫຼອງ 2ວັນປະຫວັດສາດ ລາວ-ຫວຽດນາມ

ແຂວງອຸດົມໄຊ ສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ເປັນຕົ້ນແມ່ນວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ( 5 ກັນຍາ 1962 – 5 ກັນຍາ 2022 ) ແລະ ວັນວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022 ) ໃຫ້ມີຄວາມໝາຍ ແລະ ຄວາມສຳຄັນຢ່າງເລິກເຊິງ ພິທີດັ່ງກ່າວແມ່ນໄດ້ຈັດຂື້ນໃນວັນທີ 1 ມີຖຸນາ ນີ້, ພິທີວາງພວງມາລາແມ່ນໄດ້ຈັດຂື້ນທີ່ອານຸສາວະລີ ນ້ຳໃຈສາມັກຄີສຳພັນສູ້ຮົບ ລາວ-ຫວຽດນາມ ເຂົ້າຮ່ວມວາງພວງມາລາໂດຍ ທ່ານ ສົມສະຫວາດ ເລັງສະຫວັດ ອາດີດກົມການເມືອງ ອາດີດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ເຈົ້າເມືອງ 7 ເມືອງ, ກົງສູນໃຫຍ່ ສສ ຫວຽດນາມປະຈຳພາກເໜືອລາວ, ຄະນະນຳສະມາຄົມຊາວຫວຽດນາມ, ຄະນະອຳນວຍການບໍລິສັດ705 ແລະ ກອງປະຕິບັດງານທະຫານເຂດ2 ແລະ ຮ່ວມພິທີປູກຕົ້ນໄມ້ຢູ່ສະຖານທີ່ຂອງອານຸສາວະລີນ້ຳໃຈສາມັກຄີສຳພັນສູ້ຮົບ ລາວ-ຫວຽດນາມ

ພິທີປາຖະກະຖາມູນເຊື້ອສອງວັນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ແມ່ນໄດ້ຈັດຂື້ນຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດຂຶ້ນປາຖະກະຖາໂດຍທ່ານ ສົມສະຫວາດ ເລັງສະຫວັດ ອາດີດກົມການເມືອງ ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເຂົ້າຮ່ວມໃນພິທີປາຖະກະຖາໃນຄັ້ງນີ້ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີທ່ານ ຫງຽນ ດັງຮຸ່ງ ກົງສູນໃຫຍ່ ສສ ຫວຽດນາມປະຈຳພາກເໜືອລາວ ທີ່ແຂວງຫຼວງພະບາງ, ອາດີການນຳຂອງແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະພັກອົງການປົກຄອງແຂວງ, ເຈົ້າເມືອງ 7 ເມືອງ, ກອງປະຕິບັດງານທະຫານເຂດ2, ບໍລິສັດ 705 ຈຳກັດ, ຄະນະນຳສະມາຄົມຊາວຫວຽດນາມປະຈຳແຂວງ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງໄຊ, ນັກທຸລະກິດຊາວຫວຽດນາມທີ່ຢູ່ແຂວງອຸດົມໄຊ ຕະຫຼອດຮອດຄະນະພັກອົງການປົກຄອງບ້ານພາຍໃນເທດສະບານແຂວງອຸດົມໄຊ