ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ

ວັນທີ 19 ມິຖຸນາ 2023 ນີ້ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ.

ການເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມ ໃນການເຜີຍແຜ່ ເນື້ອໃນບົດຮຽນການນຳໃຊ້ ເຕັກໂນໂລຊີທັນສະໄຫມ ເຂົ້າໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານ ໂຄສະນາອົບຮົມຂອງພັກ, ຊຸດອົບຮົມວຽກງານ ໂຄສະນາອົບຮົມ 7 ແຂວງພາກເຫນືອ ທີ່ ແຂວງອຸດົມໄຊ (19–23 ມິຖຸນາ), ໂອກາດນີ້ ທ່ານໄດ້ເຂົ້າຢ້ຽມພົບປະ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ເພື່ອລາຍງານ ຈຸດປະສົງ ຂອງການເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ພ້ອມທັງ ສົນທະນາ ແລກປ່ຽນຄວາມຄິດເຫັນ ກ່ຽວກັບວຽກງານ ເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະ ແມ່ນທິດທາງແຜນການໃນການພັດທະນາ ແລະ ການຍົກລະດັບວຽກງານໃຫ້ທັນກັບສະພາບການຂະຫຍາຍຕົວທາງດ້ານເສດ ຖະກິດ ແລະ ສັງຄົມ ໃນປັດຈຸບັນ ແລະ ອະນາຄົດ, ແນ່ໃສ່ເຮັດໃຫ້ ແຂວງອຸດົມໄຊ ຫັນມານຳໃຊ້ເຕັກໂນໂລຊີທີ່ທັນສະໄຫມ ເຂົ້າໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ.

ຫລັງຈາກນັ້ນ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະໂອ້ລົມ ພະນັກງານຫລັກແຫລ່ງ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໂດຍມີ ທ່ານ ສົມບູນ ມະນີ ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນ ໃຫ້ການຕ້ອນຮັບ. ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໂອກາດນີ້ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຫນັ້ນຫນັກບາງຫນ້າວຽກຈະຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນແມ່ນການພັດທະນາບຸກຄະລາກອນ, ພັດທະນາວຽກງານວິຊາສະເພາະ ຕິດພັນກັບການຍົກລະດັບທາງດ້ານທິດສະດີ ແລະ ວຽກງານອື່ນໆ. ໂອກາດດັ່ງກ່າວ ທ່ານຍັງໄດ້ນຳເອົາຄອມພິວເຕີ ໂນດບຸກ ຈຳນວນ 2 ຊຸດ ມອບໃຫ້ແກ່ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕື່ມອີກ.