ແຂວງອຸດົມໄຊ ຕາງໜ້າ ລັດຖະບານ ແຫ່ງ ສປປລາວ ປະດັບຫຼຽນ ຍ້ອງຍໍ ແກ່ກົມກອງ ແລະ ບຸກຄົນ ດີເດັ່ນ ແຂວງນິງບິ່ງ ສສ ຫວຽດນາມ

ເພື່ອປະຕິບັດຕາມດຳລັດ ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການປະດັບຫຼຽນໄຊ, ຫຼຽນກາ ໃຫ້ກົມກອງ ແລະ ບຸກຄົນທີມີຜົນງານ, ຄຸນງາມຄວາມດີ ແຂວງນິງບິ່ງ ສສ ຫວຽດນາມ ໃນການພົວພັນຮ່ວມມື ແລະ ຊ່ວຍເຫຼືອທຶນຮອນ ເພື່ອພັດທະນາແຂວງອຸດົມໄຊ ໃນໄລຍະຜ່ານມາ, ເນື້ອງໃນໂອກາດສະເຫຼີມສະຫຼອງ ວັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (  18 ກໍລະກົດ 1977 -18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( 05 ກັນຍາ 1962-05 ກັນຍາ 2022 ), ເປັນຕົ້ນ: ການກໍ່ສ້າງ ພື້ນຖານໂຄງລ່າງ, ການຕ້ານສະກັ້ນກັນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ຊ່ວຍເຫຼືອທຶນຮອນ ໃນການພັດທະນາ ແຂວງອຸດົມໄຊ

ເພື່ອເປັນການຍ້ອງຍໍ ສັນລະເສີນ ໃຫ້ກົມກອງລວມໝູ່, ການນໍາ ແລະ ອະດີດການນໍາ ແຂວງນິງບິ່ງ

ທີ່ມີຜົນງານດີເດັ່ນດັ່ງທີ່ກ່າວມານັ້ນ ການນໍາຂອງ ແຂວງອຸດົມໄຊ ໄດ້ຕົກລົງເຫັນດີ ໃນການຄົ້ນຄ້ວາ ແລະ ນໍາສະເໜີ ລັດຖະ ບານ ແຫ່ງ ສປປ ລາວ ເພື່ອປະດັບຫລຽນໄຊ ມິດຕະພາບໃຫ້ສອງກົມກອງຄື: ພະແນກສຶກສາ ແລະ ກໍສ້າງ ແລະ ມະຫາວິທະຍາໄລ ຮ່ວາລື, ປະດັບຫຼຽນໄຊອິດສະລະ ຊັ້ນ 3 ຈຳນວນ 4 ສະຫາຍ, ປະດັບຫລຽນໄຊແຮງງານຊັ້ນ 2 ຈຳນວນ 2 ສະຫາຍ.

ພິທີດັ່ງກ່າວ ໄດ້ຈັດຂື້ນໃນວັນທີ່ 19 ມີນາ 2024 ນີ້  ທີ່ຫ້ອງປະຊຸມ ຫ້ອງວ່າການພັກແຂວງ   ສສ ຫວຽດນາມ, ເປັນກຽດປະດັບຫຼຽນຕາງໜ້າລັດຖະບານແຫ່ງ ສປປ ລາວ ໂດຍສະຫາຍ  ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຂົ້າແຂວງອຸດົມໄຊ, ເຂົ້າຮ່ວມມີ ສະຫາຍ ດວນ ມິງ ຮວນ ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ ເລຂາພັກ ແຂວງນິງບິ່ງ ແຫ່ງ ສສຫວຽດນາມ, ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ທັງສອງຝ່າຍເຂົ້າຮ່ວມ.

ຂ່າວ: ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ