ປາຖະກະຖາ ມູນເຊື້ອຂອງ ພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

ສະຫຼອງ22ມີນາ

ວັນທີ 22 ມີນາ 2024 ນີ້ ທີ່ສະໂມສອນແຂວງອຸດົມໄຊ ໄດ້ເປີດພິທີ ເຊື່ອມຊືມມູນເຊື້ອຂອງ ພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ 22 ມີນາ 1955 – 22 ມີນາ 2024 ເປັນກຽດປາຖະກະຖາໂດຍສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ

ພິທີ ປາຖະກະຖາ ມູນເຊື້ອຂອງ ພັກປະຊາຊົນປະຕິວັດລາວ

ໂອກາດດັ່ງກ່າວ ສະຫາຍຮອງເລຂາພັກແຂວງ ກໍໄດ້ຍົກໃຫ້ເຫັນ ມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໄຊຊະນະການນຳພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 69 ປີຜ່ານມາ, ຕິດພັນກັບຜົນງານການນຳພາຂອງອົງຄະນະພັກແຂວງ

ພັກປະຊາຊົນປະຕິວັດລາວ ໄດ້ກຳເນີດເກີດຂຶ້ນໃນເງື່ອນໄຂທີ່ປະເທດເຮົາກໍຄື 3 ຊາດອິນດູຈີນ ລາວ ຫວຽດນາມ ແລະ ກໍາປູເຈຍ ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງຜ່ານບາດກ້າວຂະຫຍາຍຕົວຂອງການຕໍ່ສູ້ກູ້ຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດລາວ ຫວຽດນາມ ກໍາປູເຈຍ

ມັນຮຽກຮ້ອງໃຫ້ມີການຈັດຕັ້ງນໍາພາອັນແທດເໝາະກັບຈຸດພິເສດຂອງແຕ່ປະເທດ ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ (ເດືອນ ກຸມພາ 1951) ຈຶ່ງໄດ້ຕົກລົງໃຫ້ແຕ່ລະປະເທດສ້າງຕັ້ງພັກຂອງຕົນຂຶ້ນ ເພື່ອນໍາພາການປະຕິວັດຢູ່ປະເທດຂອງໃຜລາວ

ວັນທີ 22 ມີນາ 1955 ສ້າງຕັ້ງພັກປະຊາຊົນລາວ ຢ່າງເປັນທາງການ ຈຸດປະສົງແມ່ນນໍາພາປວງຊົນລາວທັງຊາດດໍາເນີນພາລະກິດປ່ຽນແປງໃໝ່ ກໍ່ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ເທື່ອລະກ້າວ

ພັກປະຊາຊົນປະຕິວັດລາວ ໄດ້ຖືເອົາຫຼັກມູນພື້ນຖານຂອງລັດທິ ມາກ – ເລນິນ ເປັນພື້ນຖານແຫ່ງແນວຄິດ ແລະ ທິດສະດີຂອງພັກ ຖືຫຼັກການລວມສູນປະຊາທິປະໄຕຂອງພັກ ນໍາພາເປັນໝູຄະນະ ແບ່ງບຸກຄົນຮັບຜິດຊອບ ເປັນຫຼັກການຂອງພັກ ຖືເອົາຄວາມສາມັກຄີອັນໜຶ່ງດຽວ ເອົາການຕໍານິຕິຊົມເຊິ່ງງກັນ ແລະ ກັນ ເປັນກົດເກນຂອງການເຄື່ອນໄຫວ ແລະ ຖືເອົາມະຫາຊົນເປັນກໍາລັງແຮງໃນການນໍາພາ ຂອງພັກ.

ເຊື່ອມຊືມມູນເຊື້ອ

ວັນທີ 22 ມີນາ – 6 ເມສາ 1955 ກອງປະຊຸມໄດ້ລົງມະຕິສ້າງຕັ້ງພັກຂອງຕົນຂຶ້ນ ໂດຍໃສ່ຊື່ວ່າ: ພັກປະຊາຊົນລາວ ເຊິ່ງປັດຈຸບັນແມ່ນພັກປະຊາຊົນປະຕິວັດລາວ ໂດຍໄດ້ເລືອກຕັ້ງ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ຂອງພັກປະຊາຊົນລາວ ເພື່ອນໍາພາສືບທອດພາລະກິດອັນມີກຽດສະຫງ່າຂອງພັກ.

ທາດແທ້ຂອງພັກປະຊາຊົນປະຕິວັດລາວ ແມ່ນເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ; ຍຶດໝັ້ນລັດທິ ມາກ – ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ.

ນັບແຕ່ມື້ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ໄດ້ກໍານົດອຸດົມການຂອງຕົນຢ່າງຈະແຈ້ງ ຄື: ນໍາພາປວງຊົນລາວ ດໍາເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍ ສັງຄົມນິຍົມ.