ຄະນະໂຄສະນາອົບຮົມ 7 ແຂວງພາກເຫນືອ ອົບຮົມຍົກລະດັບວຽກງານວິຊາສະເພາະ

ພິທີ ເປີດຊຸດອົບຮົມ ວຽກງານໂຄສະນາອົບຮົມ ໃຫ້ແກ່ ຄະນະໂຄສະນາອົບຮົມ 7 ແຂວງພາກເຫນືອ ປະຈຳປີ 2023 ຈັດຂຶ້ນ ໃນຕອນເຊົ້າວັນທີ 19 ມິຖຸນາ 2023 ທີ່ສະໂມສອນ ແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ລາວປ່າວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງອຸດົມໄຊ, ມີຕາງຫນ້າການນຳຂັ້ນສູນກາງ, ການນຳແຂວງ, ຕາງຫນ້າຄະນະໂຄສະນາອົບຮົມ 7 ແຂວງພາກເຫນືອ ຄື: ແຂວງບໍ່ແກ້ວ, ຜົ້ງສາລີ, ຫລວງນ້ຳທາ, ຫົວພັນ, ໄຊຍະບູລີ, ຫລວງພະບາງ ແລະ ແຂວງອຸດົມໄຊ.

ການຈັດຊຸດອົບຮົມ ຄັ້ງນີ້ກໍເພື່ອເປັນການພັດທະນາ ແລະ ຍົກລະດັບ ຄວາມຮູ້, ຄວາມສາມາດ ໃຫ້ພະນັກງານ ໂຄສະນາອົບຮົມ 7 ແຂວງພາກເຫນືອ,ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບວຽກງານໂຄສະນາອົບຮົມຂອງພັກ, ຫລັກການ, ລະບົບການຈັດຕັ້ງ, ການນຳພາ-ຊີ້ນໍາ, ລະບອບແບບແຜນວິທີ່ເຮັດວຽກ, ທິດທາງວຽກງານຈຸດສຸມ, ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ແລະ ຍຸດທະສາດ ຮອດປີ 2030. ເຊິ່ງເນື້ອໃນ ບົດຮຽນທີ່ນຳມາຝຶກອົບຮົມ ທັງຫມົດ ປະກອບມີທັງຫມົດ 9 ບົດ ຄື: ວຽກງານໂຄສະນາອົບຮົມຂອງພັກ ໃນໄລຍະໃຫມ່, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄຫມ ເຂົ້າໃນວຽກງານໂຄສະນາອົບຮົມຂອງພັກ, ສິລະປະໃນການເວົ້າ ແລະ ການໂຄສະນາ-ປາຖະກະຖາ, ບັນກາພື້ນຖານຂອງວຽກງານໂຄສະນາ-ປຸກລະດົມ, ວຽກງານໂຄສະນາຜ່ານສື່, ການຂຽນ ແລະ ບັນຍາຍເອກະສານອົບຮົມ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານຫາສຽງສັງຄົມ ແລະ ວິທີການເກັບກຳ ນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານໂຄສະນາອົບຮົມ ແລະ ວຽກງານເລຂານຸການ-ການນໍາ.    ຊຸດອົບຮົມ ດັ່ງກ່າວ ຈະໄດ້ດໍາເນີນໄປເປັນເວລາ 5 ວັນ (19-23 ມິຖຸນາ 2023 ຈິ່ງຈະສຳເລັດ).

ນັກຂ່າວ: ຄານມະນີ ຮຽນດໍຈັນ