ຝຶກອົບຮົມລະບົບບໍລິຫານລັດແບບດີຈີຕອນ ຂອງລັດຖະບານ

ວັນທີ 6 ຕຸລາ2022 ແຂວງອຸດົມໄຊ ຈັດຝຶກອົບຮົມການນຳໃຊ້ລະບົບບໍລິຫານລັດແບບດີຈີຕອນ ຂອງລັດຖະບານ ເພື່ອສ້າງຄວາມເຂັມແຂງໃຫ້ແກ່ກົນໄກການເຮັດວຽກຂອງລັດດ້ວຍລະບົບທັນສະໄໝ ເພື່ອການພັດທະນາຫັນໄປສູ່ການເປັນທັນສະໄໝເທືອລະກ້າວ ຂອງພະນັກງານລັດຖະກອນທົ່ວແຂວງອຸດົມໄຊ ໂດຍສະເພາະແມ່ນວິທີການນຳໃຊ້ g-chat, g-share/G-Drive ແລະ video conference ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານສົມບູນ ມະນີ ຫົວໜ້າພະແນກເຕັກໂນໂລຊີແລະການສື່ສານ , ທ່ານ ນ. ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ຈັດໂດຍ ຫ້ອງວ່າການແຂວງແລະພະແນກເຕັກໂນໂລຊີແລະການສື່ສານແຂວງ

ການຝຶກອົບຮົມຄັ້ງນີ້ມີຕາງໜ້າຈາກບັນດາພະແນກການ, ຫ້ອງການ ອົງການຈັດຕັ້ງ ແລະຫ້ອງວ່າການເມືອງ7ເມືອງເຂົ້າຮ່ວມ.

Leave a Reply

Your email address will not be published. Required fields are marked *