ເຈົ້າແຂວງ ເນັ້ນໜັກໃຫ້ອົງການປົກຄອງເມືອງແບງ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ

ໃນໂອກາດ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ ວຽກງານ ຢູ່ 3 ເມືອງ ຄື: ເມືອງປາກແບງ, ເມືອງຮູນ ແລະ ເມືອງແບງ ໃນທ້າຍອາທິດທີ່ຜ່ານມາ.

ຫລັງໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງແບງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຈາກ ທ່ານ ສົມຄິດ ກັນສະໜິດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆແບງ.ທ່ານເຈົ້າແຂວງອຸດົມໄຊ ໄດ້ເນັ້ນຫນັກໃຫ້ອົງການປົກຄອງ ເມືອງແບງ ສືບຕໍ່ເອົາໃຈໃສ່ຫລາຍບັນຫາ ໂດຍສະເພາະແມ່ນໃຫ້ສືບຕໍ່ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ, ປັບປຸງວຽກງານກໍ່ສ້າງຮາກຖານການເມືອງ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ບັນລຸຄາດຫມາຍ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສູ້ຊົນການຈັດເກັບລາຍຮັບໃຫ້ບັນລູເປົ້າຫມາຍ ໂດຍອີງໃສ່ທ່າແຮງບົ່ມຊ້ອນ ແລະ ເງື່ອນໄຂຂອງເມືອງ, ພັດທະນາວຽກງານກຳສິກຳ ເພື່ອຮັບປະກັນດ້ານສະບຽງອາຫານ ແລະ ສິນຄ້າດ້ານກະສິກຳ, ຍົກລະດັບຊີວິດການເປັັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ, ກຳນົດປະເພດດິນໃຫ້ສຳເລັດຕາມຄາດຫມາຍ, ເກັບກຳຂໍ້ມູນພາຫະນະ ແລະລະດົມໃຫ້ທຸກພາກສ່ວນ ເຂົ້າຮ່ວມຂະບວນການເສຍຄ່າທຳນຽມທາງ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນ ເສັ້ນທາງການສັນຈອນ ພາຍໃນເທດສະບານເມືອງ ແລະເຂດຊົນນະບົດ, ສືບຕໍ່ເອົາໃຈໃສ່ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິິດ-19 ໃຫ້ເຂັ້ມງວດ. ໂອກາດລົງເຮັດວຽກ ທ່ານເຈົ້າແຂວງອຸດົມໄຊ ຍັງໄດ້ນຳເອົາ ຄອມພິວເຕີ (ໂນດບຸກ) ຈຳນວນ 1 ຊຸດ ມອບໃຫ້ເມືອງແບງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕື່ມອີກ.