ຝຶກອົບຮົມວຽກງານວິຊາສະເພາະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະຕິບັດໜ້າທີ່ວຽກງານ

ຊຸດຝຶກອົບຮົມ ວຽກງານວິຊາສະເພາະ ໃຫ້ແກ່ພະນັກງານ ພາຍໃນຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວຫນ້າຫ້ອງວ່າການແຂວງ, ມີວິທະຍາກອນຈາກພະແນກການກ່ຽວຂ້ອງ ແລະສຳມະນາກອນພາຍໃນຫ້ອງວ່າການ ເຂົ້າຮ່ວມ. ຊຸດຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນ ວຽກງານວິຊາສະເພາະ ເປັນຕົ້ນແມ່ນ ຮູບແບບ, ວິທີການ, ຫລັກການ, ຂັ້ນຕອນ, ສິ່ງທີ່ຄວນເອົາໃຈໃສ່ ແລະ ສິ່ງທີ່ຄວນຫລີກລ້ຽງຕ່າງໆ.

ການຮ່າງເອກະສານທາງການ, ພິທີການທູດ ແລະ ການຮັບແຂກ, ມາລະຍາດທາງສັງຄົມ, ການນຳໃຊ້ເຄື່ອງມື ເຕັກໂນໂລຊີ, ຈັນຍາບັນຂອງພະນັກງານ-ລັດຖະກອນ, ການເປັນເສນາທິການ, ການປະສານງານ ແລະ ການຮັບໃຊ້. ພ້ອມນີ້ ກໍມີການແລກປ່ຽນບົດຮຽນຮ່ວມກັນ ດ້ວຍການຊັກຖາມ, ອະທິບາຍ, ຊີ້ແຈງ ບາງບັນຫາທີ່ເຫັນວ່າຍັງບໍ່ທັນຈະແຈ້ງ ເພື່ອເຮັດໃຫ້ມີຄວາມຈະແຈ້ງ ແລະ ຊັດເຈນຂຶ້ນ. ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງ ນຳໄປປະຕິບັດໜ້າທີ່ວຽກງານ, ຄວາມຮັບຜິດຊອບຂອງຕົນຢ່າງມີປະສິດທິພາບ, ປະສິດທິຜົນ, ເຮັດໃຫ້ການປະຕິບັດວຽກງານມີຄວາມຄ່ອງແຄ້ວ, ວ່ອງໄວ, ທັນກັບສະພາບການ, ຖືກຕ້ອງຕາມລະບຽບການ ແລະ ໄປໃນທິດທາງດຽວກັນ ທັງເປັນການພັດທະນາ ແລະ ຍົກລະດັບຄວາມຮູ້,ຄວາມສາມາດ ໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງວ່າການ ແຂວງອຸດົມໄຊ ຊຸດອົບຮົມຈະດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສຳເລັດ.