ທ່ານ ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ

ໃນລະຫວ່າງວັນທີ 21 – 22 ມັງກອນ ນີ້ ພະນະທ່ານ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່ກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສ.ປ.ປ ລາວ ພ້ອມຄະນະ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງ, ສອງກໍາລັງ ປກຊ ແລະ ປກສ, ບັນດາອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ ພາຍໃນແຂວງອຸດົມໄຊ.


ໂອກາດທີ່ທ່ານໄດ້ມາເຄື່ອນໄຫວຢູ່ແຂວງອຸດົມໄຊ ຄັ້ງນີ້ ທ່ານໄດ້ເຂົ້າພົບປະກັບບັນດາຄະນະປະຈຳພັກແຂວງອຸດົມໄຊ ກ່ອນອື່ນທ່ານປະທານປະເທດ ໄດ້ຮັບຟັງລາຍງານສະພາບການພັດທະນາຂອງແຂວງຈາກ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ. ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ໂອ້ລົມ ແລະ ໄດ້ລົງເລິກບາງບັນຫາ ຕໍ່ຄະນະປະຈໍາພັກແຂວງ, ການນຳຫຼັກແຫຼ່ງຂອງແຂວງ ເພື່ອເປັນທິດໃຫ້ແກ່ຄະນະພັກໄດ້ສຸມໃສ່ ເປັນຕົ້ນໃຫ້ມີຄວາມສາມັກຄີ ແລະ ຄຳນຶງເຖິງຜົນປະໂຫຍດລວມຂອງແຂວງ ແລະ ຂອງປະເທດຕາມຫຼັກການຂອງພັກ, ຕ້ອງມີລັກສະນະຕໍ່ສູ້, ມີການຕຳໜິສົ່ງຂ່າວ, ກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອໃຫ້ມີການປ່ຽນແປງ.ໃນຄະນະປະຈຳ ຕ້ອງເປັນໃຈກາງໃນຄວາມເປັນແບບຢ່າງ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ຕ້ອງມີການຮຽນຮູ້, ຟັງຄຳຄິດຄຳເຫັນ ຂອງພະນັກງານ ແລະ ປະຊາຊົນ ເພື່ອນໍາມາປັບປຸງແບບແຜນວິທີການນຳພາໃຫ້ດີຂຶ້ນ, ມີການຮຽນຮູ້, ຄົ້ນຄວ້າຕະຫຼອດເວລາ, ພ້ອມກັນປຶກສາຫາລື ແລະ ວາງອອກເປັນແນວທາງນະໂຍບາຍ ພ້ອມທັງແບ່ງວຽກກັນລົງຊີ້ນຳ ຈັດຕັ້ງປະຕິບັດ, ເອົາໃຈໃສ່ສືບຕໍ່ຫັນລົງຮາກຖານ ໂດຍສະເພາະແມ່ນຊີ້ນຳບັນດາເມືອງກະກຽມດຳເນີນກອງປະຊຸມໃຫຍ່ໄລຍະກາງສະໄໝ, ການປະສານງານກັບສູນກາງຕ້ອງໃຫ້ໄວ ແລະ ໂລ່ງລ່ຽນ, ມີການຕິດຕາມ ແລະ ຊຸກຍູ້ຢ່າງຕໍ່ເນື່ອງ.


ໂອກາດມາເຄື່ອນໄຫວຢູ່ແຂວງອຸດົມໄຊຄັ້ງນີ້ ທ່ານ ປະທານປະເທດ ພ້ອມຄະນະ ໄດ້ໄປຢ້ຽມຢາມໂຄງການພັດທະນາແຄມນ້ຳກໍ ຈຸດສວນສາທາລະນະເຂດສະໜາມກິລາເທດສະບານເມືອງໄຊ ເຊິ່ງມາຮອດປັດຈຸບັນ ສຳລັບສັນຍາທີ 1 ການກໍ່ສ້າງໃກ້ຈະສຳເລັດແລ້ວ. ໂຄງການກໍ່ສ້າງ ພັດທະນາແຄມນໍ້າກໍ (ສັນຍາ 1) ຢູ່ ເທດສະບານເມືອງໄຊ ມີ ຄວາມຍາວຂອງໂຄງການ 1.32 ກມ, ປະກອບດ້ວຍ ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ 1.32 ກມ, ສວນສາທາລະນະ 1.18 ຮຕ, ຝາຍນໍ້າລົ້ນ 1 ແຫ່ງ ແລະ ປະຕູລະບາຍນໍ້າ 1 ຈຸດ, ໂດຍບໍລິສັດກວ້າງຕຸງບໍລິຫານຈັດການນ້ຳ , ມາຮອດປັດຈຸບັນສໍາເລັດໄດ້ 99.41% (ຊ້າກວ່າແຜນ -0.59 %); ສືບຕໍ່ກະກຽມແຜນລົງກວດກາຜົນສໍາເລັດວຽກ 100% ໃນທ້າຍເດືອນມັງກອນ 2023. ພ້ອມດຽວກັນຄະນະຍັງໄດ້ໄປຢ້ຽມຢາມພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໃນປີ 2022 ຜ່ານມາ ໂດຍສະເພາະແມ່ນພື້ນທີ່ນາ ຂອງປະຊາຊົນ ຢູ່ເຂດເມືອງຫຼາ ປັດຈຸບັນເຂດດັ່ງກ່າວ ພວມຟື້ນຟູຄືນ ເພື່ອຈະໃຫ້ທ່ວງທັນກັບລະດູການຜະລິດທີ່ຈະມາເຖິງ ແລະ ໄປຢ້ຽມເບິ່ງສາງເຢັນເກັບຜົນຜະລິດກະສິກຳ ຂອງບໍລິສັດຊິງຕ້າ ທີ່ໄດ້ສົ່ງເສີມປະຊາຊົນເມືອງຫຼາ ປູກໝາກຖົ່ວ ສ້າງອາຊີບໃຫ້ປະຊາຊົນ ເພື່ອແກ້ໄຂຊີວິດການເປັນຢູ່ພາຍຫຼັງໄພນໍ້າຖ້ວມໃຫ້ນັບມື້ດີຂຶ້ນ ແລະໄປເບິ່ງເຂດການຜະລິດຂອງປະຊາຊົນເມືອງຫຼາພາຍຫຼັງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຜ່ານມາ ພ້ອມທັງໄດ້ຢ້ຽມຢາມເບິ່ງສາງຄ່ຽນຖ່າຍສິນຄ້າຂອງບໍລິສັດທາງລົດໄຟລາວ – ຈີນຢູ່ສະຖານີລົດໄຟເມືອງໄຊ ເຊິ່ງເປັນຈຸດທີ່ຮອງຮັບການຂົນສົ່ງສິນຄ້າພາຍໃນແຂວງອຸດົມໄຊ ກໍຄືບັນດາແຂວງໃກ້ຄຽງດ້ວຍລົດໄຟອອກໄປສູ່ຕ່າງປະເທດ ແລະ ຢ້ຽມຊົມການບໍລິການຜູ້ໂດຍສານພາຍໃນສະຖານີລົດໄຟຕື່ມອີກ.