ພິທີປະກາດໜ່ວຍຊາວໜຸ່ມ 4ບຸກ ແລະ ຮັບທຸງໄຊນຳໜ້າ

ພິທີຮັບຮອງຄະນະ ຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການແຂວງ ເປັນຄະນະຊາວໜຸ່ມ 4 ບຸກ ແລະ ຮັບທຸງໄຊນຳໜ້າ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໄດ້ຈັດຂື້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ສະຫາຍ ສູນທະລາ ສີຍະເກດ ເລຂາຄະນະຊາວໜຸ່ມຫນ່ວຍຮາກຖານຫ້ອງວ່າການແຂວງ, ມີສະຫາຍ ຄຳຈັນ ວ່າບົວແສງ ເລຂາຄະນະບໍລິຫານງານ ຊາວໜຸ່ມແຂວງອຸດົມໄຊ, ມີຄະນະພັກຮາກຖານຫ້ອງວ່າການແຂວງ ພ້ອມດ້ວຍແຂກເຊີນ ແລະ ສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

ພິທີໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນໄລຍະ 3 ປີຜ່ານມາ ແລະ ທິດທາງແຜນການ ໃນຕໍ່ໜ້າ. ຕະຫຼວດໄລຍະການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການແຂວງ ແມ່ນສາມາດປະຕິບັດໄດ້ຕາມຄາດ ໝາຍ ແລະ ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນ ບຸກທາງດ້ານແນວຄິດ, ດ້ານຝຶກຝົນຫຼໍ່ຫຼອມ – ຮ່ຳຮຽນ, ດ້ານການຈັດຕັ້ງ ແລະ ດ້ານວິຊາຊີບ ການສ້າງວຽກເຮັດງານທຳ, ເຊິ່ງສາມາດສ້າງຄອບຄົວຕົວແບບທີມີລາຍຮັບຈາກການເຄື່ອນໄຫວກິດຈະກຳຕ່າງໆນອກໂມງການ ແລະ ອື່ນໆ. ເຊິ່ງຜົນງານດັ່ງກ່າວໄດ້ສະແດງອອກຄືຫຼາຍສະຫາຍແມ່ນໄດ້ຮັບການຍ້ອງຍໍ ປະຈຳ 3 ປີ ຈໍານວນ 33 ສະຫາຍ ຍິງ 13 ສະຫາຍ. ພ້ອມທັງໄດ້ຮັບຮອງເອົາຄະນະຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການແຂວງ ເປັນຄະນະຊາວໜຸ່ມ 4 ບຸກ ແລະ ຮັບທຸງໄຊນຳໜ້າ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໂດຍການໃຫ້ກຽດມອບຂອງ ສະຫາຍ ຄຳຈັນ ວ່າບົວແສງ ເລຂາຄະນະບໍລິຫານງານ ຊາວໜຸ່ມແຂວງອຸດົມໄຊ ພ້ອມທັງໄດ້ຮັບຟັງການໂອ້ລົມຕໍ່ພິທີດັ່ງກ່າວ ກ່ອນອື່ນສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຄະນະຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການແຂວງຕະຫຼວດໄລຍະ 3 ປີຜ່ານມາ ໂດຍສະເພາະແມ່ນວຽກງານຂໍ້ແຂ່ງຂັນ 4 ບຸກ ແມ່ນສາມາດເຮັດໄດ້ລື່ນຄາດໝາຍໃນຫຼາຍດ້ານ, ພ້ອມນີ້ ຍັງໄດ້ເນັ້ນໃຫ້ສຶບຕໍ່ຜັນຂະຫຍາຍມູນເຊື່ອ ແລະ ນຳເອົາບັນດານິຕິກຳຕ່າງໆມາເຜີຍແຜ່ໃຫ້ສະມາຊິກໄດ້ຮັບຮູ້ຢ່າງທົ່ວເຖິງ.