ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານ ນາຍົກ ລັດຖະມົນຕີ ຊຸກຍູ້ ວຽກງານການແກ້ໄຂ ບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ ການເງິນ ຢູ່ ແຂວງອຸດົມໄຊ

ວັນທີ 23 ກຸມພາ 2024 ນີ້ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວຫນ້າຫ້ອງວ່າການ ສໍານັກງານນາຍົກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ການລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ຄັ້ນີ້

ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ກໍເພື່ອ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານທີ່ ລັດຖະບານ ໄດ້ກຳນົດ ແລະ ວາງແນວທາງນະໂຍບາຍ, ບັນດາກິດຈະກຳ ຫລື ທິດຊີ້ນຳ ໃນການແກ້ໄຂການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ເປັນຕົ້ນແມ່ນ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ-ການເງິນ ຂອງ ແຂວງອຸດົມໄຊ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ລວມທັງ ທິດທາງແຜນການທີ່ຈະສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດໃນຕໍ່ຫນ້າ ໂດຍສະເພາະແມ່ນ ລົງເລິກ ກ່ຽວກັບ ວຽກງານ ການລົງທຶນຂອງລັດ, ການຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງ, ການຄຸ້ມຄອງລາຍຈ່າຍ, ການຂຶ້ນທະບຽນບັນດາ ບໍລິສັດ ສົ່ງອອກ ແລະ ນຳເຂົ້າສິນຄ້າ, ການຄູ້ມຄອງລາຄາສິນຄ້າ ແລະ ການຈັດຕັ້ງການຜະລິດທາງດ້ານກະສິກຳ.

ເຊິ່ງທ່ານລັດຖະມົນຕີ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ໃນໄລຍະຜ່ານມາໂດຍຫຍໍ້ ຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ລວມທັງ ການລາຍງານຂອງບັນດາຂະແຫນງທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ໂອກາດດັ່ງກ່າວ ທ່ານ  ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳບາງດ້ານ ເພື່ອເປັນບ່ອນອີງໃນການສືບຕໍ່ເຄື່ອນໄຫວ ຈັດຕັ້ງປະຕິບັດ ໃນຕໍ່ຫນ້າ ພ້ອມທັງ ນຳເອົາບາງບັນຫາ ແລະ ບາງຄຳຄິດ ຄຳເຫັນ ແລະ ຄຳສະເຫນີຂອງຂະແຫນງການ ໄປພິຈາລະນາ ເພື່ອຊອກຫາແນວທາງໃນການປັບປຸງ, ແກ້ໄຂ ຢູ່ ຂັ້ນສູນກາງ ໂດຍແນ່ໃສ່ເຮັດໃຫ້ການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານທີ່ ລັດຖະບານ ກຳນົດໄວ້ໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ. ຈາກນັ້ນ ທ່ານ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ຍັງໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນຳ ວຽກງານວິຊາສະເພາະ ຫ້ອງວ່າການ ແຂວງອຸດົມໄຊ ຕື່ມອີກ.