ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ສະຫລຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022

ກອງປະຊຸມ ຄົບຄະນະ ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ປະຈຳປີ 2021 ໄດ້ຈັດຂຶ້ນ ຕອນເຊົ້າວັນທີ 10 ມັງກອນນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ຄຳດີ ວົງລ້ອມ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ປະທານສະພາປະຊາຊົນແຂວງ.

        ການດໍາເນີນກອງປະຊຸມ ເພື່ອສະຫຼຸບ ແລະ ຕີລາຄາຄືນ ຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ຕະຫຼອດໄລຍະ 1 ປີຜ່ານມາ ຕາມພາລະບົດບາດ ດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງປັບປຸງແກ້ໄຂໃນຕໍ່ຫນ້າ ທັງເປັນການຮ່ວມກັນກຳນົດທິດທາງແຜນການ ທີ່ຈະສືບຕໍ່ເຄື່ອນໄຫວໃນປີ 2022 ໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ.

        ກອງປະຊຸມ ບັນດາຄະນະສະມາຊິກສະພາແຫ່ງຊາດ ແມ່ນໄດ້ຮັບຟັງ ແລະ ພ້ອມກັນຄົ້ນຄົ້ນຄວ້າພິຈາລະນາ ປະກອບຄຳເຫັນໃສ່ຫລາຍເນື້ອໃນ ເປັນຕົ້ນແມ່ນ ຮ່າງບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ແຜນດຳເນີນງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ 5 ປີ (2021–2025), ບົດລາຍງານຫຍໍ້ ການຕິດຕາມ ກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ຢູ່ 7 ເມືອງ, ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ, ມະຕິ ກອງປະຊຸມ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ຮ່າງມະຕິ ວ່າດ້ວຍການຮັບຮອງເອົາແຜນດຳເນີນງານ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ 5 ປີ (2021-2025).         ເປັນກຽດເຂົ້າຮ່ວມກອງປະຊຸມ ມີ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ສະມາຊິກສະພາປະຊົນແຂວງ ປະຈຳບັນດາເມືອງ ແລະ ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.