ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ

ວັນທີ 29 ສິງຫາ ນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ ໃຫ້ກຽດຕ້ອນຮັບຢູ່ສະໜາມບິນໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງ.