ການນຳຂັ້ນສູງ ແຂວງຮ່ານາມ ສສ ຫວຽດນາມ ແລະ ການນຳຂັ້ນສູງ ແຂວງອຸດົມໄຊ ສປປ ລາວ ພົບປະຮ່ວມມືຮອບດ້ານ

ພິທີພົບປະລະຫວ່າງຜູ້ແທນຂັ້ນສູງ ແຂວງຮ່ານາມ ແຫ່ງ ສສ ຫວຽດນາມ ກັບ ແຂວງອຸດົມໄຊ ສປປ ລາວ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 27 ສິງຫາ ນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍມີສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ແລະ ສະຫາຍນາງ ດີງ ທິຫລົວະ ຮອງເລຂາພັກແຂວງ, ຜູ້ປະຈຳການແຂວງຮານາມ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຈາກແຂວງຮານາມ – ແຂວງອຸດົມໄຊເຂົ້າຮ່ວມ.

ໃນການພົບປະຄັ້ງນີ້ຫົວໜ້າຄະນະຜູ້ແທນທັງສອງຝ່າຍ ກໍໄດ້ແຈ້ງສະພາບລວມຂອງແຂວງ, ການພັດທະນາເສດຖະກິດ – ສັງຄົມ ແລະ ການຈັດຕັ້ງປະຕິບັດການພົ່ວພັນຮ່ວມມືກັນໃນໄລຍະຜ່ານມາໃຫ້ກັນຊາບ ພ້ອມທັງສະເໜີບັນດາທິດທາງແຜນການເພື່ອສືບຕໍ່ໃນການປຶກສາຫາລືວາງແຜນໃນການພົ່ວພັນຮ່ວມມືໃນຕໍ່ໜ້າ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍກໍໄດ້ມີຄໍາຄິດຄໍາເຫັນປຶກສາຫາລືກັນຢ່າງກົງໄປກົງມາ ກ່ຽວກັບທິດທາງແຜນການຄວາມເປັນໄປໄດ້ການຮ່ວມມືດ້ານການລົງທຶນຂອງນັກທຸລະກິດຂອງສອງແຂວງ ແລະ ການພົວພັນຮ່ວມມືດ້ານການບໍລິການແລກປ່ຽນສິນຄ້າ ພ້ອມທັງເຫັນດີເປັນເອກະພາບກັນ ເຊັນບົດບັນທຶກຊ່ວຍຈຳມິດຕະພາບ ແລະ ການຮ່ວມມືລະຫວ່າງສອງແຂວງ ເພື່ອເປັນບ່ອນອີງໃຫ້ແກ່ບັນດາພະແນກການ, ຂະແໜງການ, ກົມກອງທີ່ກ່ຽວຂ້ອງຂອງສອງແຂວງ ນຳໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ, ສິດໜ້າທີ່ ທີ່ໄດ້ຮັບມອບໝາຍ ໂດຍມອບໃຫ້ຂະແໜງຕ່າງປະເທດເປັນໃຈກາງປະສານງານ ແລກປ່ຽນເນື້ອໃນການຮ່ວມມືໃຫ້ເປັນປົກກະຕິ. ໃນນີ້ ວຽກງານທີ່ຈະໄດ້ພົ່ວພັນຮ່ວມມືໃນ 5 ປີຕໍ່ໜ້າຕາມບົດບັນທຶກປະກອບມີ ການແລກປ່ຽນບົດຮຽນຂອງຄະນະຜູ້ແທນຂັ້ນສູງ, ວຽກງານການລົງທຶນ, ວິທະຍາສາດເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນມະນຸດ, ວຽກງານສຶກສາ ແລະ ກໍ່ສ້າງ ໂດຍມີເປົ້າໝາຍເພື່ອພັດທະນາສາຍພົ່ວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງແຂວງ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ປະກອບສ່ວນເຂົ້າໃນການເພີ່ມພູນ, ພັດທະນາສາຍພົ່ວພັນມິດຕະພາບອັນຍິ້ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ຫວຽດນາມ – ລາວ ໃຫ້ໝັ້ນຄົງຖະໜົງແກ່ນ.

ໃນໂອກາດທີ່ການນຳຂັ້ນສູງ ແຂວງຮ່ານາມ ສສ ຫວຽດນາມ ທີ່ໄດ້ມາເຄື່ອນໄຫວພົບປະກັບກັານນຳຂັ້ນສູງ ແຂວງອຸດົມໄຊ ຄັ້ງນີ້ ຍັງໄດ້ໄປເບິ່ງພື້ນຖານໂຄງລາງຂອງແຂວງ ແລະ ສະຖານທີ່ທ່ອງທ່ຽວ ທີ່ສຳຄັນຂອງແຂວງຕື່ມອີກ.