ມອບຄອມພີວເຕີ ໃຫ້ຫ້ອງວ່າການ ເມືອງງາ

ຫ້ອງວ່າການແຂວງອຸດົມໄຊ ລົງເຄື່ອນໄຫວວຽກງານຫ້ອງວ່າການຮອບດ້ານຢູ່ເມືອງງາ ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຊີ້ນຳແຜນວຽກໃນຕໍ່ໜ້າໃຫ້ມີປະສິດທິພາບຫຼາຍຂື້ນເປັນຕົ້ນແມ່ນ ວຽກງານການເປັນເສນາທິການອຳນວຍຄວາມສະດວກໃຫ້ການນຳ, ວຽກງານບໍລິຫານ ພິທີການ ການຮັບແຂກ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານຮາກຖານການເມືອງ ແລະວຽກງານອື່ນຢ່າງຮອບດ້ານ ແລະ ຫັນເປັນທັນສສະໄໝເທືອລະກ້າວການລົງເຮັດວຽກຮ່ວມກັບເມືອງຄັ້ງນີ້ ຫ້ອງວ່າການແຂວງໄດ້ນຳເອົາເຄື່ອງຄອມພີວເຕີ ຈຳນວນ 1ຊຸດ, ເຄື່ອງພິ່ນເຕີ 1ຊຸດ ແລະ ລົດຖີບຈຳນວນ 3 ຄັນມອບໃຫ້ເມືອງງາ ເພື່ອຮັບໃຊ້ເຂົ້າໃນວຽກງານຫ້ອງວ່າການຂອງເມືອງ.