ວັນທີ 15 ສິງຫາ ນີ້ ຫ້ອງວ່າການແຂວງອຸດົມໄຊ ລົງເຄື່ອນໄຫວເຮັດເຮັດວຽກຢູ່ຫ້ອງວ່າການເມືອງຫຼາ ເພື່ອແລກປ່ຽນບົດຮຽນ ຊີ້ນຳ ແລະ ຊຸກຍູ້ວຽກງານຫ້ອງວ່າການໃຫ້ເມືອງຮອບດ້ານໂດຍສະເພາະ ວຽກງານພິທີການ ການເປັນເສນາທິການອຳນວຍຄວາມສະດວກໃຫ້ການນຳ ວຽກງານຄົ້ນຄ້ວາ-ສັງລວມ ວຽກງານກໍ່ສ້າງຮາກຖານ-ການເມືອງ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ການເຮັດວຽກຂອງຫ້ອງວ່າການມີຄວາມກ້າວໜ້າ ມີປະສິດທິພາບ ຄຸນນະພາບ ແລະ ເປັນການສ້າງຄວາມສາມັກຄີລະຫວ່າງຫ້ອງວ່າການແຂວງ ກັບ ຫ້ອງວ່າການເມືອງຫຼາ ໃນການລົງຄັ້ງນີ້ ຫ້ອງວ່າການແຂວງໄດ້ນຳເອົາຄອມພີວເຕີ ຈຳນວນ 1 ຊຸດ , ພິນເຕີ ເພື່ອປະກອບເຂົ້າໃຊ້ໃນວຽກງານໃຫ້ມີຄວາມສະດວກ ແລະວ່ອງໄວ, ມອບລົດຖີບ ຈຳນວນ 3 ຄັນມອບໃຫ້ເມືອງ ເພື່ອປະມອບຕໍ່ໃຫ້ນ້ອງນັກຮຽນທີ່ຮຽນເກັງ ແຕ່ມີຄວາມຍຸ້ງຍາກຂາດເຂີນທາງຄອບ.
ບົດຄວາມທີ່ໜ້າສົນໃຈ
ການນຳແຂວງອຸດົມໄຊ ຮ່ວມຮັບຊົມການສະເຫຼີມສະຫຼອງ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ
ຕອນເຊົ້າຂອງວັນທີ 13 ສິງຫາ 2021 ການນຳແຂວງອຸດົມໄຊ ໄດ້ເຂົ້າຮ່ວມຮັບຊົມການຖ່າຍທອດສົດ ສະເຫຼີມສະຫຼອງ ວັນລັດຖະທຳມະນູນແຫ່ງຊາດ ທີ່ຈັດຂື້ນຢູ່ນະຄອນຫຼວງວຽງຈັນ ມີທ່ານ…
ທ່ານ ປອ ຄຳພັນ ເຜີຍຍະວົງ ພ້ອມຄະນະລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ
ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ…
ແຂວງອຸດົມໄຊ ສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງ ຄົບຮອບ 60 ປີ
ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ອຸດົມໄຊ ຄົບຮອບ 60 ປີ ແລະ ວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງຄົບຮອບ 60 ປີ…