ແຂວງອຸດົມໄຊ ສະຫລຸບວຽກງານ ໄພພິບັດ ແລະ ວຽກງານກອງທຶນຄຸ້ມຄອງ ໄພພິບັດ ແລະ ສັງຄົມສົງເຄາະ 6 ເດືອນ ຕົ້ນປີ 2023

ກອງປະຊຸມ ສະຫລຸບ ວຽກງານ ໄພພິບັດ ແລະ ວຽກງານ ກອງທຶນ ຄຸ້ມຄອງ ໄພພິບັດ ແລະ ສັງຄົມ ສົງເຄາະ ປະຈຳ 6 ເດືອນ ຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມາ ທີ່ຫ້ອງການປະກັນສັງຄົມແຂວງ ໂດຍການເປັນປະທານ ຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ທັງເປັນປະທານຄະນະກຳມະການຄຸ້ມຄອງ ໄພພິບັດ ຂັ້ນແຂວງ, ມີທ່ານນາງ ໄຊສະຫວັນ ນັນທະໄຊ ຫົວຫນ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຄະນະກຳມະການ ແລະ ກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

     ໃນໄລຍະ 6 ເດືອນຕົ້ນປີນີ້ ແຂວງອຸດົມໄຊ ປະສົບກັບບັນຫາໄພພິບັດ ຕ່າງໆ ໂດຍສະເພາະແມ່ນ ໄພແຫ້ງແລ້ງ, ລົມພະຍຸ ແລະ ອັກຄີໄພ ເຊິ່ງໄດ້ສ້າງຄວາມເສຍຫາຍ ຢ່າງມະຫາສານ ເປັນຕົ້ນແມ່ນ ທີ່ພັກອາໄສ ແລະ ພື້ນທີ່ທຳການຜະລິດ ໃນນີ້ ມີຜູ້ທີ່ໄດ້ຮັບຜົນເສຍຫາຍ ທັງຫມົດ 7 ເມືອງ, 17 ບ້ານ, 132 ຄອບຄົວ ແລະ ພົນລະເມືອງ ຈໍານວນ 768 ຄົນ, ເສຍຊີວິດ 2 ຄົນ. ຄາດຄະເນ ມູນຄ່າຄວາມເສຍຫາຍ 1 ຕື້ 6 ຮ້ອຍກວ່າລ້ານກີບ. ທັງຫມົດນັ້ນ ທາງການນຳແຂວງ ໄດ້ຊີ້ນຳ ຄະນະກຳມະການ ແລະ ກອງເລຂາ ຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ລົງເກັບກຳຂໍ້ມູນ ພ້ອມທັງໃຫ້ການຊ່ວຍເຫລືອບັນເທົ່າທຸກສຸກເສີນ ໃຫ້ແກ່ປະຊາຊົນທີ່ໄດ້ຮັບເຄາະຮ້າຍດັ່ງກ່າວຢ່າງທັນການ ໂດຍແນ່ໃສ່ເຮັດໃຫ້ ຊີວິດການເປັນຢູ່ຂອງເຂົາເຈົ້າ ກັບຄືນສູ່ສະພາບປົກກະຕິໂດຍໄວ. ຈາກນັ້ນ, ຈຶ່ງໄດ້ສືບຕໍ່ ໃຫ້ການຊ່ວຍເຫລືອ ແລະ ຟື້ນຟູ ຊີວິດການເປັນຢູ່ ຫລັງໄພພິບັດຕື່ມອີກ.

     ສ່ວນວຽກງານກອງທຶນ ຄຸ້ມຄອງໄພພິບັດ ໃນໄລຍະ 6 ເດືອນ ຜ່ານມາ ໄດ້ມີການເຄື່ອນໄຫວ ຢ່າງເປັນປົົກກະຕິ ໂດຍສະເພາະແມ່ນດ້ານລາຍຮັບ ເຊິ່ງໄດ້ຮັບຈາກບັນດາພະແນກການ ແລະ ຂະແຫນງການກ່ຽວຂ້ອງຂັ້ນແຂວງ ຈຳນວນ 2 ຮ້ອຍກວ່າລ້ານກີບ, ຂັ້ນເມືອງ 1 ຮ້ອຍ 70 ກວ່າລ້ານກີບ ບວກກັບ ຍອດຍົກມາ ໃນປີ 2022 ຈຳນວນ 1 ຕື້ 300 ກວ່າລ້ານກີບ ລວມເປັນເງິນທັງຫມົດ ຈຳນວນ 1.773.447.787 ກີບ (1 ຕື້ 7 ຮ້ອຍກວ່າລ້ານກີບ ). ໃນນີ້ ໄດ້ນໍາໃຊ້ເຂົ້າໃນການເຄື່ອນໄຫວໃຫ້ການຊ່ວຍເຫລືອ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ ແລະ ວຽກງານອື່ນໆ ໃນເບື້ອງຕົ້ນແລ້ວ ຈຳນວນຫນຶ່ງ ຈຶ່ງເຮັດໃຫ້ປັດຈຸບັນນີ້ ຍັງມີຍອດເຫລືອ ທັງຫມົດ 1 ຕື້ 714 ກວ່າລ້ານກີບ.  

  ໂອກາດດັ່ງກ່າວ ໄດ້ພ້ອມກັນມີຄໍາເຫັນໃສ່ແຕ່ລະບັນຫາ ແລະ ຫນ້າວຽກ ເພື່ອເປັນບ່ອນອີງສໍາຄັນ ສົມທົບກັບທິດທາງແຜນການ ທີ່ຈະສືບຕໍ່ເຄື່ອນໄຫວ ໃນ 6 ເດືອນທ້າຍປີນີ້ ຢ່າງມີປະສິດທິພາບ ແລະ ບັນລຸຕາມລະດັບຄາດຫມາຍ.