ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ

ລະຫວ່າງວັນທີ 22-23 ກັນຍານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ລັດຖະມົນຕີ ແລະ ທີມງານຈາກສູນກາງ ໄດ້ເດີນທາງມາ ເຄື່ອນໄຫວ ແລະ ເຮັດວຽກວຽກ ຢູ່ ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ການຢ້ຽມຢາມຂອງ ນາຍົກລັດຖະມົນຕີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ , ພ້ອມຄະນະລັດຖະມົນຕີ ແມ່ນເພື່ອເຂົ້າຮ່ວມກອງປະຊຸມທາງໄກ ກັບບັນດາແຂວງພາກເໜືອ ມີ ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ, ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງຜົ້ງສາລີ ເພື່ອປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິ ເລກທີ 19/ກມສພ ທີ່ຕິດພັນກັບ ‘2 ວາລະແຫ່ງຊາດ’, ຊຶ່ງໄດ້ຈັດຂື້ນໃນວັນທີ 22 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການ ແຂວງອຸດົມໄຊ.

ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ກໍໄດ້ລາຍງານຫຍໍ້ກ່ຽວກັບ ສະພາບວຽກງານທີ່ພົ້ນເດັ່ນ ຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ ທ່ານນາຍົກ ພ້ອມດ້ວຍຄະນະ ຮັບຊາບ ສະພາບຈຸດພິເສດຂອງແຂວງ ລວມເຖິງທ່າແຮງບົ່ມຊ້ອນໃນການພັດທະນາ. ໂດຍອີງໃສ່ ທ່າແຮງບົ່ມຊ້ອນ ຄະນະນໍາ ແລະ ອົງການປົກຄອງແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ຢ່າງຕັ້ງໜ້າ.

ໃນຊ່ວງ 8 ເດືອນຕົ້ນປີ 2023 ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານ ‘ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ’ ທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມ 6 ໜ້າວຽກຈຸດສຸມຢ່າງຕັ້ງໜ້າ ເຮັດໃຫ້ທົ່ວແຂວງ ຮັກສາໄດ້ຄວາມສະຫງົບທາງດ້ານ ການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສຸມໃສ່ພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານ ເສດຖະກິດການເງິນ ຢ່າງຕັ້ງໜ້າ ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍ 4,26%, ສ້າງມູນຄ່າເພີ່ມ ຕາມລາຄາໃນປີ ສະເລ່ຍ 6.669,12 ຕື້ກີບ, ເທົ່າກັບ 95,13% ຂອງແຜນການ, ສະເລ່ຍລາຍຮັບຕໍ່ຫົວຄົນ ເທົ່າກັບ 1,583 ໂດລາສະຫະລັດ, ການແກ້ໄຂບັນຫາ ເສດຖະກິດ ຕ້ອງຕິດພັນກັບການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງ ການນຳເຂົ້າສິນຄ້າຈາກຕ່າງປະເທດ ໃຫ້ດຸ່ນດ່ຽງ ພື້ນຖານການຊົມໃຊ້ຢ່າງປະຢັດມັດຖະຍັດ ຫລີກລຽງການຊົມໃຊ້ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ໂດຍສະເພາະແມ່ນປະເພດພາຫານະຂອງລັດ.

ວັນທີ 23 ກັນຍາ ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ລົງຢ້ຽມຢາມໂຄງການລົງທຶນຂອງນັກທຸລະກິດທັງພາຍໃນແລະຕ່າງປະເທດຈຳນວນຫນຶ່ງ ຢູ່ ເທດສະບານເມືອງໄຊ ຄື: ໂຮງງານປຸງແຕ່ງນ້ຳຢາງພາລາຂອງ ບໍລິສັດ ຈົງອູ ຢູ່ ບ້ານກໍນ້ອຍ ເຊິ່ງ ບໍລິສັດ ໄດ້ມາລົງທຶນຢູ່ໃນແຂວງອຸດົມໄຊ ນັບແຕ່ປີ 2005 ເປັນຕົ້ນມາ ໃນນາມ ໂຄງການປູກພືດທົດແທນການປູກຝິ່ນ, ບໍລິສັດ ໄດ້ສົ່ງເສີມປະຊາຊົມປູກຢາງພາລາ ຢູ່ 5 ບ້ານ ເນື້ອທີ່ 462 ເຮັກຕາ

ປີ 2012 ໄດ້ສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ ເພື່ອສົ່ງອອກ ສາມາດຜະລິດປຸງແຕ່ງຢາງສຳເລັດຮູບໄດ້ 16.000ໂຕນຕໍ່ປີ, ຕອ້ງການວັດຖຸດິບ ຫຼື ນໍ້າຢາງດິບ 32.000 ໂຕນຕໍ່ປີ, ມີແຮງງານທັງໝົດ 100 ກວ່າຄົນ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນຈໍານວນຫຼວງຫລາຍ, ໄດ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.

ໃນທ້າຍປີ ນີ້ທາງໂຮງງານ ມີແຜນສ້າງຕັ້ງໂຮງງານຜະລີດຢາງພາລາ ເກດກາງທີ່ນຳໄປຜະລິດ ຄື: ກ້ອນຢາງທົ່ວໄປ ແລະ ກ້ອນຢາງເກດກາງປຸງແຕ່ງເປັນຕີນລົດ, ຄາດວ່າສາມາດຜະລິດຢາງສໍາເລັດຮູບໄດ້ 30.000 ໂຕນ/ປີ, ຄວາມຕ້ອງການເກັບຊື້ນ້ຳຢາງ ປ້ອນເຂົ້າໂຮງ 60.000 ໂຕນ/ປີ. ຈາກນັ້ນ ກໍໄດ້ໄປເບິ່ງໂຄງການປູກ ມອນ-ລ້ຽງມ້ອນ ຂອງ ບໍລິສັດ ຊ່ວງໄຊພັນທະນາກະສິກຳ ຈຳກັດ ເຊິ່ງໂຄງການດັ່ງກ່າວໄດ້ສົ່ງເສີມ ປູກມອນ-ລ້ຽງມ້ອນ ເປັນສິນຄ້າ ເພື່ອສົ່ງອອກ ເລີ່ມແຕ່ປີ 2019 ເປັນຕົ້ນມາ ປະຈຸບັນ ມີເນື້ອທີ່ປູກມອນທັງໝົດ 410 ເຮັກຕາ, ມີ 4 ເມືອງ ຄື: ເມືອງໄຊ ຈຳນວນ 13 ບ້ານ, 323 ເຮັກຕາ, ເມືອງແບງ 3 ບ້ານ, 12 ເຮັກຕາ, ເມືອງງາ 3 ບ້ານ, 50 ເຮັກຕາ ແລະ ເມືອງຮຸນ 1 ບ້ານ, 25 ເຮັກຕາ, ​ມີໂຮງເຮືອນລ້ຽງມ້ອນ ຈຳນວນ 30 ຫຼັງ, ມີຄົນງານ 155 ຄົນ, ນອກຈາກແຮງງານປະຈໍາແລ້ວ ບໍລິສັດຍັງຈ້າງແຮງງານນອກອີກຈຳນວນໜຶ່ງ.