ກອງປະຊຸມ ສະໄຫມສາມັນ ຄົບຄະນະບໍລິຫານງານພັກ ແຂວງອຸດົມໄຊ ສະໄຫມທີ IX

ກອງປະຊຸມ ສະໄຫມສາມັນ ຄົບຄະນະບໍລິຫານງານພັກ ແຂວງອຸດົມໄຊ ສະໄຫມທີ IX ຈັດຂຶ້ນໃນລະຫວ່າງ ວັນທີ 26 – 27 ກັນຍາ 2023 ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ກອງເລຂາ ເຂົ້າຮ່ວມ.

ກອງປະຊຸມ ກໍເພື່ອສະຫລຸບ ຕິລາຄາຄືນ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານການ ນຳພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງ ຕະຫລອດໄລຍະ 3 ເດືອນຜ່ານມາ (ກໍລະກົດ ຫາ ກັນຍາ) ໂດຍຍົກ ດ້ານດີ ຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ພ້ອມກັນ ກໍານົດທິດທາງແຜນການ, ວຽກງານຈຸດສຸມ ທີ່ຈະສືບຕໍ່ເຄື່ອນໄຫວ ໃນ 3 ເດືອນ ທ້າຍປີ 2023. ໃນນີ້ ໄດ້ຮັບຟັງການລາຍງານ ແຕ່ລະວຽກງານທີ່ໄດ້ຈັດຕັ້ງຜ່ານມາ ເປັນຕົ້ນແມ່ນ ວຽກງານອົງການປົກຄອງແຂວງ ຕິດພັນກັບການຜັນຂະຫຍາຍ ຈັດຕັ້ງປະຕິບັດ ບັນດາມະຕິ, ຄຳສັ່ງ ແລະ ນິຕິກຳ ຂອງລັດຖະບານ ກ່ຽວກັບການແກ້ໄຂ ບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ – ການເງິນ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ວຽກງານຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ. ພ້ອມທັງ ປະກອບຄຳເຫັນຕໍ່ກັບບາງຫນ້າວຽກທີ່ເຫັນວ່າ ຍັງຄົງຄ້າງ ຕ້ອງໄດ້ຮັບການປັບປຸງ, ແກ້ໄຂ ຢ່າງຮີບດ່ວນ ໂດຍແນ່ໃສ່ເຮັດໃຫ້ ເສດຖະກິດ-ສັງຄົມ ຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ນອກນັ້ນ ຍັງໄດ້ຮັບຟັງການສະຫລຸບ ຜົນການຄົ້ນຄວ້າ, ວິເຄາະ, ວິໄຈ ຫາສຽງ ຕໍ່ການນໍາພາລວມ ແລະ ຜົນການທາບທາມ ຄວາມໄວ້ວາງໃຈ ຕໍ່ການນຳພາ – ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງ ສະໄຫມທີ IX, ການຫ້າງຫາກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ລວມທັງ ເຊື່ອມຊຶມ ບາງເອກະສານຂອງພັກ ເປັນຕົ້ນແມ່ນ ມະຕິ ກອງປະຊຸມຄົບຄະນະ ກາງສະໄຫມ ຂອງຄະນະບໍລິຫານງານພັກແຂວງ ສະໄຫມທີ IX, ມະຕິ ກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄຫມທີ XI, ມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງ ການຜັນຂະຫຍາຍແນວທາງປ່ຽນແປງໃຫມ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ, ຂໍ້ກຳນົດ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະພັກຮາກຖານກຸ່ມບ້ານ ແລະ ອື່ນໆ.