ເຈົ້າແຂວງອຸດົມໄຊ ຕ້ອນຮັບ ຜູ້ແທນ ພັກກອມມູນິດ ສະຫະພັນ ຣັດເຊຍ ປະຈຳ ສະພາດູມາ ນະຄອນຫລວງມົດສະກູ

ຕອນແລງ ວັນທີ 3 ຕຸລາ 2023 ນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ໄດ້ມີພິທີ ຕ້ອນຮັບ ຜູ້ແທນ ພັກກອມມູນິດ ສະຫະພັນ ຣັດເຊຍ ປະຈຳ ສະພາດູມາ ນະຄອນຫລວງມົດສະກູ ທີ່ເດີນທາງ ມາເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ເຊິ່ງນຳໂດຍ ທ່ານ ເດນິສ ອັນເດຣເຢຍວິສ ປຣາໂຟນົບ ສະມາຊິກ ສະພາດູມາ ສະຫະພັນຣັດເຊຍ, ເລຂາທິການ ອົງຄະນະພັກ ນະຄອນຫລວງມົດສະກູ, ກຳມະການສູນກາງພັກກອມມູນິດ ສະຫະພັນຣັດເຊຍ ຕາງໜ້າການນຳ ແລະ ປະຊາຊົນ ແຂວງອຸດົມໄຊ ຕ້ອນຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ລາຍງານ ສະພາບ ຈຸດພິເສດ ແລະ ທ່າແຮງ ໂດຍລວມຂອງແຂວງອຸດົມໄຊ ຕິດພັນກັບ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາ ເສດຖະກິດ – ສັງຄົມ ຂອງແຂວງ ໃນໄລຍະຜ່ານມາ ແລະ ລາຍງານ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງຊາດ ລາວ – ຣັດເຊຍ ເປັນຕົ້ນແມ່ນ ວຽກງານທາງດ້ານການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ – ສັງຄົມ, ການຄ້າ, ການລົງທຶນ, ການທະຫານ, ການທ່ອງທ່ຽວ ແລະ ການພັດທະນາຊັບພະຍາກອນມະນຸດ ຈາກນັ້ນ ທ່ານ ເດນິສ ອັນເດຣເຢຍວິສ ປຣາໂຟນົບ ສະມາຊິກສະພາດູມາ ສະຫະພັນຣັດເຊຍ, ເລຂາທິການ ອົງຄະນະພັກ ນະຄອນຫລວງມົດສະກູ, ກຳມະການສູນກາງພັກກອມມູນິດ ສະຫະພັນຣັດເຊຍ ໄດ້ສະແດງຄວາມຂອບໃຈ ມາຍັງການນຳແຂວງອຸດົມໄຊ ທີ່ໃຫ້ການຕ້ອນຮັບ ພ້ອມທັງ ຍົກໃຫ້ເຫັນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທີ່ມີມາໃນເມື່ອກ່ອນຈົນເຖິງປັດຈຸບັນ ແລະ ພ້ອມຈະນຳເອົາຄຳຄິດ ຄຳເຫັນ ແລະ ຄຳສະເຫນີ ຂອງການນຳແຂວງອຸດົມໄຊ ໄປພິຈາລະນາ ເພື່ອຊອກຫາແນວທາງໃນການແກ້ໄຂ ໃນຕໍ່ຫນ້າ ໂດຍແນ່ໃສ່ເຮັດໃຫ້ການພົວພັນຮ່ວມມື ແລະ ການຊຸກຍູ້ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ຣັດເຊຍ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງອຸດົມໄຊ ໃຫ້ນັບມື້ນັບແຫນ້ນແຟ້ນຍິ່ງຂຶ້ນ.

ການເດີນທາງມາເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ຂອງ ຜູ້ແທນພັກກອມມູນິດ ສະຫະພັນ ຣັດເຊຍ ປະຈຳ ສະພາດູມາ ນະຄອນຫລວງມົດສະກູ ຄະນະຍັງຈະໄດ້ລົງຢ້ຽມຢາມ ບາງສະຖານທີ່ທີ່ສຳຄັນຂອງແຂວງ ໂດຍສະເພາະແມ່ນສະຖານທີ່ທ່ອງທ່ຽວ ແລະ ບ່ອນອື່ນໆ ຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ