ຮອງເລຂາຄະນະບໍລິຫານງານ ສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ ເຂົ້າພົບປະ ແລະ ຢ້ຽມຢາມ ເຈົ້າແຂວງອຸດົມໄຊ

ໃນໂອກາດທີ່ ສະຫາຍ ບຸນຕາ ເທບພະວົງ ກໍາມະການສໍາຮອງສູນກາງພັກ,ຮອງເລຂາຄະ ນະບໍລິ ຫານງານ ສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໃນທ້າຍອາທິດຜ່ານມາ ກໍໄດ້ເຂົ້າພົບປະ ແລະ ຢ້ຽມຢາມ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ຢູ່ທີ່ຫ້ອງວ່າການແຂວງ.

   ການເຂົ້າພົບປະ ແລະ ຢ້ຽມຢາມ ທ່ານເຈົ້າແຂວງອຸດົມໄຊ ໃນຄັ້ງນີ້ ສະຫາຍ ບຸນຕາ ເທບພະວົງ ກຳມະ ການສຳຮອງສູນກາງພັກ,ຮອງເລຂາ ຄະນະບໍລິຫານງານສູນກາງຊາວຫນຸ່ມ ປະຊາຊົນປະຕິ ວັດລາວ ໄດ້ສະ ເຫນີຈຸດປະສົງ ໃນການລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ຂອງຕົນເອງ ພ້ອມດ້ວຍທິມງານ ຈາກສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ. ກໍຄື ການເຜີຍແຜ່ ວຽກງານ ການຕ່າງປະເທດ ພາລະບົດ ບາດ,ສິດ,ຫນ້າທີ່ ຂອງກົມພົວພັນຮ່ວມມື ຕ່າງປະ ເທດ ຂອງສູນກາງຊາວຫນຸ່ມ ປະຊາຊົົນປະຕິ ວັດລາວ ໃຫ້ຄະນະບໍລິຫານງານຊາວຫນຸ່ມແຂວງອຸ ດົມໄຊ ຮັບຮູ້,ເຂົ້າໃຈ ແລະ ສາ ມາດນຳເອົາເນື້ອໃນ ຈິດ ໃຈ ດັ່ງກ່າວ ໄປຈັດຕັ້ງປະຕິບັດຢູ່ຂັ້ນທ້ອງ ຖິ່ນ ທັງເປັນການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານ ການຕ່າງປະເທດ ຢູ່ພາຍໃນແຂວງອຸດົມໄຊ, ການປຶກສາຫາລື ກ່ຽວກັບ ກິດຈະກຳສົ່ງເສີມການເລີ່ມເຮັດທຸລະກິດ – ສ້າງວຽກວຽກເຮັດງານທຳ ທີ່ຍືນຍົງ,ຄົງທີ່ ໃຫ້ຊາວຫນຸ່ມລາວ ຜູ້ດອຍໂອກາດ ພາຍໃນແຂວງອຸດົມໄຊ ແລະ ຝຶກອົບຮົມໃຫ້ຄະນະບໍລິຫານງານຊາວຫນຸ່ມແຂວງ ໃນການເກັບກຳຂໍ້ມູນ ເພື່ອຂຽນເປັນໂຄງການ. ເຊິ່ງປັດຈຸບັນນີ້ ສູນກາງຊາວຫນຸ່ມປະຊາຊົນ ປະຕິວັດລາວ ໄດ້ຮັບງົບປະ ມານ ຈຳນວນ 40 ພັນໂດລາສະຫະລັດ ຈາກຊາວຫນຸ່ມ ສປ ຈີນ ທີ່ຮັບຜິດຊອບຢູ່ຕາມແລວທາງລົດໄຟ ລາວ – ຈີນ ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳ ການສົ່ງເສີມ ການເລີ່ມເຮັດທຸລະກິດ – ສ້າງວຽກເຮັດງານ ທໍາ ທີ່ຫມັ້ນຄົງ ໃຫ້ຊາວຫນຸ່ມ ຜູ້ດ້ອຍໂອກາດ ຢູ່ພາຍໃນແຂວງອຸດົມໄຊ.   ນອກນັ້ນ ສະຫາຍ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ,ຮອງເລຂາ ຄະນະບໍລິຫານງານສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ ຍັງສະເຫນີ ຕໍ່ທ່ານເຈົ້າແຂວງໃນບາງບັນຫາ ໂດຍສະເພາະແມ່ນ ການປັບປຸງ ການຊີ້ນຳ ຂອງຄະນະປະ ຈຳ ຕໍ່ຄະນະບໍລິຫານງານຊາວຫນຸ່ມແຂວງ ເພື່ອໃຫ້ສອດຄອງ ກັບຂັ້ນສູນກາງ,ການຈັດສັນເຂດທຳມາຫາກິນ,ການສ້າງອາຊີບທີ່ຫມັ້ນຄົງ ໂດຍກຳນົດເອົາເຂດສາທາລະນະ ແລ້ວມອບໃຫ້ ຄະນະບໍລິຫານງານຊາວຫນຸ່ມແຂວງ ເປັນຜູ້ ຄຸ້ມຄອງ ແລະ ການປັບປຸງກົງຈັກການຈັດຕັ້ງ ພາຍໃນຄະນະບໍລິຫານງານ ຊາວຫນຸ່ມແຂວງ ອຸ ດົມໄຊ.

   ໂອກາດດັ່ງ່ກາວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມເຫັນດີ ແລະ ເປັນເອກະພາບ ຕໍ່ກັບຈຸດປະສົງ ແລະ ຄວາມຕ້ອງການ ຂອງຄະນະບໍລິຫານງານ ສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ ແລະ ພ້ອມທີ່ຈະໃຫ້ການສະຫນັບສະຫນູນ.

  ການເຂົ້າພົບປະ,ຢ້ຽມຢາມ ທ່ານເຈົ້າແຂວງອຸດົມໄຊ ຂອງສະຫາຍຮອງເລຂາຄະນະບໍລິຫານງານ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ໃນຄັ້ງນີ້ ມີສະຫາຍ ສົມດີ ເຕັງເບຼຍຈື ເລຂາຄະນະບໍລິ ຫານງານຊາວຫນຸ່ມແຂວງ ພ້ອມດ້ວຍຄະນະ ແລະ ວິຊາການຈາກຫ້ອງວ່າການແຂວງ ເຂົ້າຮ່ວມ.