ເຈົ້າແຂວງອຸດົມໄຊ ໂອ້ລົມ ພະນັກງານຫລັກແຫລ່ງ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

ຕອນເຊົ້າວັນທີ 10 ກັນຍານີ້ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ລົງພົບປະ ແລະ ໂອ້ລົມ ພະນັກງານຫລັກແຫລ່ງ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ທີ່ຫ້ອງປະຊຸມພະແນກດັ່ງກ່າວ.

ກ່ອນອື່ນທ່ານເຈົ້າແຂວງໄດ້ຮັບຟັງການລາຍງານສະພາບໂດຍລວມ ການຈັດຕັ້ງປະຕິບັດວຽກງານຂອງ ພະແນກ ຖວທ ໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ຫນ້າ ຈາກ ທ່ານ ບຸນກວມ ມິດເມືອງໄຊ ຮັກສາການຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຮັບຟັງການສະເຫນີ ສະພາບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການ ພາຍໃນພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄລຍະຜ່ານມາ.

ຈາກນັ້ນ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ພະນັກງານຫລັກແຫລ່ງ ພະແນກ ຖວທ ທ່ານໄດ້ຍົກໃຫ້ເຫັນສະພາບການທາງດ້ານເສດຖະກິດຂອງໂລກ, ພາຍໃນ ສປປ ລາວ ແລະ ຂອງແຂວງ, ການສ້າງຜົນກະທົບ ແລະ ການທ່ວງດຶງດ້ານການພັດທະນາ ຈາກພະຍາດໂຄວິດ-19 ພ້ອມນີ້ ທ່ານເນັ້ນຫນັກ ໃຫ້ພະແນກ ຖວທ ສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ແຕ່ລະຂະແໜງການຕ້ອງເປັນເຈົ້າການໃນການປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີການເຮັດວຽກໃຫ້ຖືກຕ້ອງ, ສອດຄ່ອງ, ເຫມາະສົມ, ປະຕິບັດພາລະ, ບົດບາດ, ສິດ ແລະ ຫນ້າທີ່ຂອງຕົນ ດ້ວຍຄວມຮັບຜິດຊອບສູງ, ເອົາໃຈໃສ່ວຽກງານຄຸ້ມຄອງ ຮ້ານອາຫານ, ເຮືອນພັກ, ໂຮງແຮມ ໃຫ້ເປັນລະບົບ, ການແບ່ງຄວາມຮັບຜິດຊອບໃຫ້ແກ່ຫ້ອງການ ຖວທ ເມືອງ, ບັນຫາແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການຫລິ້ນກິນຟຸມເຟືອຍ ແລະອື່ນໆ ທີ່ຕິດພັນກັບພະແນກ ຖວທ.

ການພົບປະ ແລະ ໂອ້ລົມ ພະນັກງານ ຖວທ ຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ກໍເພື່ອເປັນການ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງພະແນກ ຖວທ ໂດຍແນ່ໃສ່ເຮັດໃຫ້ວຽກງານ ຖວທ ໄດ້ຮັບການປັບປຸງ, ແກ້ໄຂ ແລະ ພັດທະນາດີຂຶ້ນເລື້ອຍໆ. ມີຄະນະພະແນກ, ພະນັກງານຫລັກແຫລ່ງ ພາຍໃນພະແນກ ຖວທ ເຂົ້າຮ່ວມຮັບຟັງ.

ນັກຂ່າວ: ຄານມະນີ ຮຽນດໍຈັນ