ເຈົ້າແຂວງອຸດົມໄຊ ໂອ້ລົມ ພະນັກງານຫລັກແຫລ່ງ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ

ຕອນເຊົ້າວັນທີ 14 ກັນຍາ 2021 ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ໂອ້ລົມ ພະນັກງານຫລັກແຫລ່ງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍມີ ທ່ານ ສອນທະນູ ສິງດາລາ ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນ ພາຍໃນພະແນກດັ່ງກ່າວ ໃຫ້ການຕ້ອນຮັບແລະເຂົ້າຮ່ວມຮັບຟັງການໂອ້ລົມ.

ທ່ານເຈົ້າແຂວງ ໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຮອບ ດ້ານ ຂອງພະແນກອຸດສາຫະກຳ ແລະ ການຄ້າ ໄລຍະເກືອບ 1 ປີຜ່ານມາ ຍົກໃຫ້ເຫັນ ດ້ານດີ ຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງຕ່າງໆ. ນອກນັ້ນ ຍັງຍົກໃຫ້ເຫັນບາງຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ, ເຮັດໃຫ້ວຽກງານບໍ່ໄດ້ຮັບຜົນສຳເລັດຕາມລະດັບຄາດຫມາຍ ລວມທັງຂໍ້ສະເຫນີຈຳນວນຫນຶ່ງ.

ຈາກນັ້ນ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳບາງດ້ານ ໂດຍສະເພາະ ແມ່ນເອົາໃຈໃສ່ສືບຕໍ່ເຊື່ອມຊືມ ດ້ານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ, ການປັບປຸງກົງຈັກການຈັດຕັ້ງນັບແຕ່ແຂວງລົງຮອດຂັ້ນເມືອງ, ການຊີ້ນຳ-ນໍາພາ ແລະ ແບ່ງຄວາມຮັບຜິດຊອບ, ການປັບປຸງແບບແຜນວິທີເຮັດວຽກ ພ້ອມນີ້ ທ່ານຍັງໄດ້ເນັ້ນຫນັກໃຫ້ເອົາໃຈໃສ່ວຽກງານວິຊາສະເພາະ ເປັນຕົ້ນ ແມ່ນ ການກຳນົດສິນຄ້າໂອດັອບ, ການຄຸ້ມຄອງລາຄາສິນຄ້າພາຍໃນ, ການອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການດ້ານການຄ້າ, ທົບທວນຄືນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນເອງ ໃນໄລຍະຜ່ານມາ ໂດຍຊອກໃຫ້ເຫັນບັນຫາ, ສາເຫດທີ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບໍ່ບັນລຸຕາມແຜນການ ແລະ ພ້ອມກັນກຳນົດວິທີທາງໃນການແກ້ໄຂໃຫ້ມີຄວາມເປັນເອກະພາບ ແລະ ໄປໃນທິດທາງດຽວກັນ ແນ່ໃສ່ເຮັດໃຫ້ວຽກງານອຸດສາຫະກຳ ແລະການຄ້າ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງມີປະສິດທິພາບ.