ຊາວໜຸ່ມ ຫ້ອງວ່າການແຂວງ ການອອກແຮງງານ

 ໃນວັນທີ 17 ກັນຍາ 2021 ຊາວໜຸ່ມ ແລະ ກຳມະບານ ໜ່ວຍຫ້ອງວ່າການແຂວງອຸດົມໄຊ ໄດ້ສ້າງຂະບວນການໃນການອອກແຮງງານ ປັດກວດ ມ້ຽນຂີ້ເຫຍືອ ຕັດຫຍ້າ ແລະ ຕັດຕ້ອນງ່າຕົ້ນໄມ້ ຂອບເຂດອ້ອມຫ້ອງວ່າການແຂວງ ໃຫ້ມີມີຄວາມສະອາດສວຍງາມ ໂດຍມີ ທ່ານ ອ່ອນແກ້ວ ອຸນອາລົມ ຮອງເຈົ້າແຂວງ ແຂວງອຸດົມໄຊ ໄດ້ເຂົ້າຮ່ວມ ແລະ ຊີ້ນຳໃນການອອກແຮງງານ ມີຄະນະຫ້ອງວ່າການ ແລະ ພະນັກງານລັດຖະກອນ, ພະນັກງານສັນຍາແຮງງານ ພາຍໃນຫ້ອງການເຂົ້າຮ່ວມ ການອອກແຮງງານຄັ້ງນີ້ແມ່ນໄດ້ດຳເນີນການອອກແຮງງານໝົດມື້ ແລະ ເຮັດໃຫ້ມີຄວາມສະອາດ ແລະ ສວຍງາມ.