ຊາວໜຸ່ມ ຮາກຖານ ຫ້ອງວ່າການແຂວງ ເຊືອມຊື່ມ ແລະ ຜັນຂະຫຍາຍເອກະສານກອງປະຊຸມໃຫຍ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ສະໄໝທີ VIII

ພິທີເຊື່ອມຊື່ມແລະຜັນຂະຫຍາຍເອກະສານຂອງກອງປະຊຸມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ ​VIII ຂອງໜ່ວຍຊາວໜຸ່ມຮາກຖານຫ້ອງວ່າການແຂວງ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 23/9/2021 ທີ່ຫ້ອງປະຊຸມ ຊັ້ນ3 ຫ້ອງວ່າການແຂວງ ໂດຍເປັນປະທານຂອງ ສະຫາຍ ສູນທະລາ ສີສະເກດ ເລຂາໜ່ວຍຊາວໜຸ່ມຮາກຖານ ຫ້ອງວ່າການແຂວງ ມີສະມາຊິກຊາວໜຸ່ມເຂົ້າຮ່ວມ 32 ສະຫາຍ, ຍິງ 13 ສະຫາຍ.​

ໃນກອງປະຊຸມຄັ້ງນີ້ໄດ້ເຊື່ອມຊືມແລະຜັນຂະຫຍາຍເອກະສານ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ VIII , ບົດແນະນຳການຈັດຕັ້ງກົດລະບຽບຂອງຊາວໜຸ່ມ ສະໄໝທີ VIII ແລະ ບົດແນະນຳວ່າດ້ວຍການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4ບຸກ.​
ໃນການເຊື່ອມຊື່ມແລະຜັນຂະຫຍາຍເອກະສານສຳຄັນຕ່າງໆຂອງຊາວໜຸ່ມໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ສະມາຊິກຊາວໜຸ່ມຮາກຖານຫ້ອງວ່າການໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະນຳໄປຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດ.​