ພິທີມອບ-ຮັບ ວຽກງານກວດກາແກ້ຮ່າງບົດລາຍງານການເມືອງຂອງຮາກຖານພັກໃນທົ່ວແຂວງ

ພິທີມອບ-ຮັບ ວຽກງານກວດກາແກ້ຮ່າງບົດລາຍງານການເມືອງຂອງຮາກຖານພັກໃນທົ່ວແຂວງອຸດົມໄຊ ລະຫວ່າງ ຄະນະໂຄສະນາອົບຮົມແຂວງ ກັບ ຫ້ອງວ່າການແຂວງໄດ້ໄຂຂື້ນໃນວັນທີ 15 ກັນຍາ 2021 ທີ່ຫ້ອງປະຊຸມຊັ້ນ2 ຫ້ອງວ່າການແຂວງ ໂດຍກຽດເປັນປະທານຂອງ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ແລະ ຕາງໜ້າມອບໂດຍ ສະຫາຍ ມໍ ຊົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາແຂວງ ແລະ ຕາງໜ້າຮັບແມ່ນສະຫາຍ ນ. ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ມີສະມາຊິກພັກທັງສອງພາກສ່ວນເຂົ້າຮ່ວມ ຈຳນວນ 16ສະຫາຍ, ຍິງ 4 ສະຫາຍ. ໂດຍມອບວຽກໃຫ້ຫ້ອງວ່າການແຂວງຕິດຕາມກະກຽມການດຳເນີນຮາກຖານພັກທັງມົດ ຈຳນວນ 9 ໜ່ວຍພັກ.