ໜ່ວຍຊາວໜຸ່ມ ປະກອບສ່ວນເຂົ້າຮ່ວມໃນການປັບປຸງ ສ້ອມແປງ ສູນກັກກັນ ເພື່ອຕ້ານພະຍາດໂຄວິດ-19

28 ກັນຍາ 2021 ໜ່ວຍຊາວໜຸ່ມຮາກຖານ ຫ້ອງວ່າການແຂວງ ໄດ້ປະກອບສ່ວນເຂົ້າຮ່ວມກອງຕະລຸມບອນຂອງຊາວໜຸ່ມແຂວງ ໃນການສ້ອມແປງ, ອານາໄມ ໂຮງຮຽນ ມສ ຫ້ວຍຂຸມ ຫຼັງເກົ່າ ເພື່ອປັບປຸງສ້າງເປັນສູນກັກກັນ ຜູ້ຄົນທີ່ເຂົ້າມາແຂວງອຸດົມໄຊ ຕ້ອງໄດ້ກັກກັນໃນສູນຕາມມາດຕະການຂອງຄະນະສະເພາະກິດຂັ້ນແຂວງ ພາຍໃນແຂວງອຸດົມໄຊ ໄດ້ວາງອອກໃຫ້ເຂັມງວດ ເພື່ອປ້ອງກັນກັນການແຜ່ລະບາດຂອງພະຍາດ ໂຄວິດ-19 (Covid-19)