ຝຶກອົບຮົມ ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office)

ໂດຍປະຕິບັດຕາມທິດການຫັນເປັນທັນສະໄໝຂອງ ລັດຖະບານ, ທິດຊີ້ນຳຂອງທ່ານເຈົ້າແຂວງອຸດົມໄຊ ໃນການຫັນເປັນທັນສະໄໝ ວຽກງານ ຈໍລະຈອນ ແລະ ຄຸ້ມຄອງ ບໍລິຫານ ເອກະສານ ຢູ່ຫ້ອງວ່າການແຂວງ. ຫ້ອງວ່າການແຂວງ ຮ່ວມກັບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ພ້ອມກັນຈັດຊຸດຝຶກອົບຮົມ ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍມີ ທ່ານ ວຽງອຸດົມ ຈັນທະວົງ ຮອງຫົວໜ້າຫ້ອງວ່າການ ແຂວງອຸດົມໄຊ, ທ່ານ ພູຊະນະ ສິລິວົງ ຫົວໜ້າພະແນກ ລະບົບຫ້ອງການລັດດິຈິຕອນ, ສູນບໍລິຫານລັດດີຈີຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີທີມງານຈາກກະຊວງ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ, ຕະຫຼອດຮອດ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມ.


ການຝຶກອົບຮົມ ເພື່ອເປັນການຍູ້ແຮງການຫັນເປັນ ດີຈີຕອນ ຢູ່ພາກລັດຂອງພວກເຮົາ ໂດຍສະເພາະ ແມ່ນການນຳໃຊ້ລະບົບຫ້ອງການແຂວງອຸດົມໄຊໃຫ້ທັນສະໄໝ ເຊິ່ງປະຈຸບັນ ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຈຳນວນຫນຶ່ງ ໄດ້ເລີ່ມນຳໃຊ້, ເຊິ່ງຄາດຫວັງຂອງລະບົບນີ້ ແມ່ນເພື່ອຍົກສູງການຄຸ້ມຄອງ ການຈະລາຈອນ ເອກະສານ, ຄຸ້ມຄອງບໍລິຫານວຽກດ້ວຍລະບົບທັນສະໄໝ ເຊິ່ງຈະເຮັດໃຫ້ວຽກງານ ສະດວກວ່ອງໄວ, ແລະ ມີປະສິດທິຜົນສູງ.
ດັ່ງນັ້ນ ການຝຶກອົບຮົມ ຈິ່ງຖືເປັນບາດກ້າວ ອັນໃໝ່ຂອງຫ້ອງວ່າການໃນການປັບປຸງລະບົບບໍລິຫານຂອງຕົນເອງໃຫ້ທັນສະໄໝ ທັງເປັນການຜັນຂະຫຍາຍແຜນວຽກ 5 ປີ ຂອງຫ້ອງວ່າການແຂວງໃຫ້ປະກົດຜົນເປັນຈິງ.


ຊຸດອົບຮົມ ແມ່ນນໍາສະເໜີພາບລວມ ໂດຍຫຍໍ້ ກ່ຽວກັບການຫັນເປັນທັນສະໄໝ ຂອງລັດຖະບານ ແລະ ການນໍາໃຊ້ລະບົບຫ້ອງການທັນສະໄໝ, ແນະນໍາອົງປະກອບໜ້າຕາ ແລະ ບັນດາໜ້າທີ່ຂອງລະບົບ, ການໃຊ້ລະບົບຂອງລະບົບ E-Office, ແນະນໍາ ແລະ ທົດລອງນໍາໃຊ້ ລະບົບພື້ນຖານການເຂົ້າລະບົບ ແລະ ການແກ້ໄຂ ຂໍ້ມູນພື້ນນຖານ, ການສ້າງແຟ້ມເອກະສານຂາເຂົ້າ, ການຮ່າງເອກະສານຂາເຂົ້າ, ການສົ່ງແຕ່ລະສະຖານະ ແກ້ໄຂຫລັກ, ແກ້ໄຂຮ່ວມ, ຕິດຕາມ-ການຂໍຄືນເອກະສານ, ນໍາພາເຮັດການທົດລອງຕົວຈິງສ້າງແຟ້ມ ແລະ ການຮ່າງເອກະສານຂາເຂົ້າ, ຈັດການແຟ້ມ ແລະ ເອກະສານຂາອອກ ແນະນໍາການໃຊ້ລະບົບ ການເຄືອນໄຫວ (Appointment) ການສ້າງ ແລະ ກວດເບິ່ງຕາຕະລາງເຄື່ອນໄຫວ, ຈັດການຫ້ອງປະຊຸມ, ຈ່ອງຫ້ອງປະຊຸມ ແລະ ອື່ນໆ. ຊຸດຝຶກອົບຮົມ ຈະດໍາເນີນໄປເປັນເວລາ 3 ວັນ ແລະ ສຳເລັດຢ່າງມີປະສິດທິພາບ.