ບໍລິສັດ ລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວ ມອບເງິນຊ່ວຍເຫຼືອໃຫ້ແຂວງອຸດົມໄຊ 50.000.000 ກີບ

ຕອນເຊົ້າວັນທີ 14 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ບໍລິສັດ ລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວມອບເງິນໃຫ້ແຂວງອຸດົມໄຊ ຈຳນວນເງິນ 50.000.000 ກີບ ຕາງໜ້າມອບແມ່ນ ທ່ານ ນາງ ວິພາພອນ ກອນສິນ ປະທານບໍລິສັດລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວ ແລະ ເປັນກຽດຕາງໜ້າຮັບແມ່ນ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງ ຈຸດປະສົງໃນການມອບເງິນດັ່ງກ່າວນີ້ແມ່ນເພື່ອໃຊ້ເຂົ້າໃນການແກ້ໄຂ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນທີ່ດຳລົງຊີວິດຢູ່ພາຍໃນແຂວງ ໃຫ້ມີຢູ່ມີກິນ ແລະ ລຸດຜົນອອກຈາກຄວາມທຸກຍາກ.