ແຂວງອຸດົມໄຊ ປ່ອຍປາ ຈຳນວນ 1 ແສນກ່ວາໂຕ ລົງແມ່ນ້ຳທຳມະຊາດ

ວັນທີ່ 13 ກໍລະກົດ 2023 ນີ້ ທີ່ວັງອະນຸລັກ ເຂດສະໜາມກິລາ ແຂວງ ໄດ້ຈັດພິທີ ປ່ອຍປາ ຄືນສູ່ທຳມະຊາດຂື້ນ ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ໂດຍມີການນຳຂອງແຂວງ, ຫົວໜ້າພະແນການ, ອົງການປົກຄອງບ້ານ ຕະຫຼອດຮອດນ້ອງນ້ອຍເຍົາວະຊົນ, ຊາວໜຸ່ມ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.


ຈຸດປະສົງຂອງການປ່ອຍປາລົງສູ່ທຳມະຊາດຄັ້ງນີ້ ກໍ່ເພື່ອເປັນການສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດ ໃຫ້ມີຄວາມໝາຍຄວາມສຳຄັນ, ແລະ ຍັງເປັນການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 114 ປີ, ທັງເປັນການປູກຈິດສຳນຶກໃຫ້ແກ່ນ້ອງນ້ອຍອານຸຊົນ-ເຍົາວະຊົນ, ຊາວໜຸ່ມ ໄວໜຸ່ມ ແລະ ຊັ້ນຄົນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບການອະນຸລັກ ຮັກສາສັດນ້ຳ -ສັດປ່າ ພ້ອມກັນເປັນເຈົ້າການ ແລະ ກາຍເປັນປະເພນີທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃນທຸກໆປີ ກ່ຽວກັບວຽກງານອະນຸລັກສັດນ້ຳ – ສັດປ່າໂດຍການປ່ອຍແນວພັນສັດນ້ຳ-ສັດປ່າ ຄືນສູ່ທຳມະຊາດ ໂດຍສະເພາະແມ່ນການປ່ອຍປາ ເພື່ອສ້າງເປັນວັງອະນຸລັກ ແລະ ສະຫງວນ ເຮັດໃຫ້ມີການແຜ່ຂະຫຍາຍພັນ ນັບມື້ນັບເພີ້ມຂື້ນ, ແນ່ໃສ່ເຮັດໃຫ້ລະບົບນິເວດມີຄວາມສົມດຸນ ແລະ ຮັບປະກັນໃຫ້ມີຄວາມຍືນຍົງ, ດັ່ງນັ້ນ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊ ກໍ່ຄືອົງການປົກຄອງເມືອງໄຊ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈື່ງໄດ້ພ້ອມກັນຈັດພິທີປ່ອຍປາຄັ້ງນີ້ຂື້ນ, ສຳລັບແນວພັນປາທີນຳມາປ່ອຍໃນວັງອະນຸລັກ ສວນສາທາລະນະບັນດາເຜົ່າແຫ່ງນີ້ ລວມມີ ທັງໝົດ 111,000ໂຕ ເຊີ່ງມີປານິນ, ປາປາກ, ປາໄນ, ປາກແກງ, ແລະ ວັງອານຸລັກແຫ່ງນີ້ແມ່ນໄດ້ກຳນົດເອົາແຕ່ຂົວນ້ຳກໍສາມ ບ້ານຖີ່ນ ຈົນຮອດ ຂົວນ້ຳກໍ 4 ມີຄວາມຍາວ 3 ພັນກ່ວາ ແມັດ, ໃນໂອກາດນີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ພ້ອມດ້ວຍ ນ້ອງໆອານຸຊົນ ເຍົາວະຊົນ ກໍ່ໄດ້ຕັດແຖບຜ້າ ເຂົ້າສູ່ພິທີປ່ອຍປາລົງສູ່ແມ່ນ້ຳກໍຢ່າງເປັນທາງການ ໂດຍມີພາກສ່ວນຕ່າງໆຮ່ວມນຳ.