ອົງການປົກຄອງ ແຂວງອຸດົມໄຊ ຄົ້ນຄວ້າ ແລະ ປະກອບຄຳເຫັນ ໃສ່ຮ່າງ ນິຕິກຳໃຕ້ກົດໝາຍ ຈຳນວນ 4 ສະບັບ

ກອງປະຊຸມ ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງນິຕິກຳ ໃຕ້ກົດໝາຍ ຈຳນວນ 4 ສະບັບ ຂອງອົງການປົກຄອງແຂວງ ອຸດົມໄຊ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 13 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ. ມີບັນດາສະມາຊິກອົງການປົກຄອງແຂວງ ພ້ອມດ້ວຍບັນດາຫົວໜ້າພະແນກການ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.


ຮ່າງ ຂໍ້ຕົກລົງທີ່ອົງການປົກຄອງ ແຂວງອຸດົມໄຊ ນຳມາຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຄັ້ງນີ້ ປະກອບມີ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄູ, ນັກຮຽນ ແລະ ສະຖານການສຶກສາ ສາຍສາມັນ; ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ; ຮ່າງຂໍ້ຕົກລົງວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາ ສື່ສັງຄົມອອນລາຍ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບໍລິການໄປສະນີ ຢູ່ແຂວງອຸດົມໄຊ.
ເຊິ່ງເນື້ອໃນຂອງແຕ່ລະຮ່າງນິຕິກຳ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ເພື່ອຮັບປະກັນໃຫ້ຖືກເປົ້າໝາຍສົມເຫດສົມຜົນ ແລະ ມີປະສິດທິພາບ, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ; ກຳນົດລະບຽບໃນການເຄື່ອນໄຫວວຽກງານຕ່າງໆ ທັງໃນ ແລະ ນອກໂຮງຮຽນໃຫ້ບັນລຸຕາມວັດຖຸປະສົງ ແລະ ເປົ້າໝາຍຂອງໂຮງຮຽນ ແລະ ການສຶກສາຂອງຊາດ ສ້າງຄວາມສາມັກຄີພາຍໃນໂຮງຮຽນໃຫ້ ມີຄວາມແໜ້ນແຟ້ນ ແລະ ພາຍນອກຢ່າງກວ້າງຂວາງ, ພັດທະນາການຮຽນ-ການສອນ ແລະ ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນ, ປົກປ້ອງ, ຄຸ້ມຄອງຄູ ແລະ ນັກຮຽນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ພາຍໃນໂຮງຮຽນ, ຄອບຄົວ ແລະ ສັງຄົມ, ຕາມທິດຍືນຍົງ ແນໃສ່ຕອບສະໜອງ ຄວາມຮຽກ ຮ້ອງຕ້ອງການຂອງປະຊາຊົນ; ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ເພື່ອຮັບປະກັນໃນການກຳນົດ, ຈັດສັນແບ່ງເຂດ ແລະ ແບ່ງຄວາມຮັບຜິດຊອບ ຂອງ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງນໍາໃຊ້ຢ່າງລະອຽດ, ແນໃສ່ເຮັດໃຫ້ການປົກປັກຮັກສາ, ການຄຸ້ມຄອງ, ການພັດທະນາ ແລະ ການຫັນປ່ຽນປະເພດທີ່ດິນກະສິກຳ ໃຫ້ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ, ຮັບປະກັນໃຫ້ການນໍາໃຊ້ທີ່ດິນກະສິກຳ ໄປຕາມທິດຍືນຍົງ-ສີຂຽວ, ມີຄວາມເປັນລະບຽບ, ຮຽບຮ້ອຍ ແລະ ຍຸຕິທຳ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມ, ກວດກາວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາ ສື່ສັງຄົມອອນລາຍ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນສູງ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເຮັດໃຫ້ສັງຄົມ ມີເປັນລະບຽບຮຽບຮ້ອຍ; ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມ ບັນດາຫົວໜ່ວຍທຸລະກິດ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວບໍລິການດ້ານໄປສະນີ ໃນຂອບເຂດທົ່ວແຂວງອຸດົມໄຊ ໃຫ້ມີຄວາມຖືກຕ້ອງ, ຮັບປະກັນການບໍລິການໄປສະນີແກ່ສັງຄົມ ແນໃສ່ສົ່ງເສີມການນໍາໃຊ້ການບໍລິການໄປສະນີ ໃຫ້ກວ້າງຂວາງ, ສະດວກ, ວ່ອງໄວ, ທັນສະໄໝ, ມີຄຸນນະພາບ ແລະ ປອດໄພ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າແລະປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ກັບບັນດາຮ່າງນິຕິກຳດັ່ງກ່າວ ເພື່ອພ້ອມກັນປັບປຸງ ໃຫ້ມີເນື້ອໃນຄົບຖ້ວນສົມບູນ