ຮາກຖານຊາວໜຸ່ມ ຫ້ອງວ່າການ ແລະ ສະພາ ເຜີຍແຜ່ເຊື່ອມຊຶມມູນເຊື້ອຊາວຂອງໜຸ່ມລາວ

ກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການແຂວງອຸດົມໄຊ ແລະ ສະພາປະຊາຊົນແຂວງອຸດົມໄຊ, ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນພຸດ ວັນທີ 28 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ກອງຄຳ ໄຊພົມປັນ ຄະນະບໍລິຫານງານຊາວໜຸ່ມແຂວງ ຮອງຫົວໜ້າຫ້ອງວ່າການແຂວງ ມີສະຫາຍເລຂາໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ພາຍໃນໜ່ວຍຮາກຖານ ຫ້ອງວ່າການແຂວງ ແລະ ສະພາປະຊາຊົນແຂວງ ເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ສະຫາຍ ກອງຄຳ ໄຊພົມປັນ ໄດ້ເຜີຍແຜ່ເຊື່ອມຊຶມມູນເຊື້ອຊາວໜຸ່ມລາວ ແລະ ໄດ້ຍົກໃຫ້ຮູ້ບາງວິທີການຕົ້ນຕໍໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາ ຂອງຊາວໜຸ່ມ 4 ຂົງເຂດຄື:
1). ຊາວໜຸ່ມໃນອົງການຈັດຕັ້ງພັກ-ລັດ: ຊາວໜຸ່ມທີ່ສັງກັດຢູ່ໃນກົງຈັກພັກ-ລັດ ແມ່ນໃຫ້ຕັ້ງໜ້າຫ້າວຫັນເຮັດສໍາເລັດໜ້າທີ່ວິຊາສະເພາະທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ, ປະຕິບັດລະບຽບລັດຖະ ກອນ, ລະບຽບກົດໝາຍຂອງບ້ານເມືອງຢ່າງເຂັ້ມງວດ, ຕັ້ງໜ້າໃນການຄົ້ນຄວ້າ, ຮໍ່າຮຽນວິຊາຄວາມຮູ້ຄວາມສາມາດດ້ານຕ່າງໆໃຫ້ສູງຂຶ້ນເລື້ອຍໆ, ຕໍານິວິຈານຢ່າງເຄັງຂືມຕໍ່ທັດສະນະຂີ້ຄ້ານຄົ້ນຄ້ວາຮໍ່າຮຽນ, ມົວເມົາແຕ່ການຫຼິ້ນກິນຟູມເຟືອຍເຮຮາ, ບໍ່ມີປະໂຫຍດ ແລະ ເປັນຜິດໄພຕໍ່ສັງຄົມ.
2). ຊາວໜຸ່ມໃນຖັນແຖວນັກຮຽນ: ຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນ ທີ່ກໍາລັງຢູ່ໃນໄວຮຽນຮູ້ ຕ້ອງຕັ້ງໜ້າສຶກສາຮໍ່າຮຽນເອົາວິຊາຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາມາຮັບໃຊ້ຊາດຮັບໃຊ້ປະຊາຊົນ, ສ້າງຄຸນປະໂຫຍດໃຫ້ແກ່ຕົນເອງ, ຮູ້ຍາດເອົາກາລະໂອກາດ ຍາມຍັງໜຸ່ມແໜ້ນນີ້ເພື່ອຄົ້ນຄ້ວາຮໍ່າຮຽນ, ຝຶກຝົນໃຫ້ຕົນເອງເປັນຄົນທີ່ມີປະໂຫຍດແກ່ປະເທດຊາດບ້ານເມືອງ. ຊີວິດໄວໜຸ່ມກວ້າງໄກ ແລະ ສົດໃສ ບໍ່ຄວນປ່ອຍໃຫ້ມັນເລື່ອນລອຍໄປນໍາອັນທີ່ບໍ່ເປັນປະໂຫຍດ ແລະ ປະເວລາຜ່ານໄປເຊັ່ນ: ການມົວເມົາຫຼິ້ນກິນເຮຮາ, ສ້າງກຸ່ມກ້ອນອາລະວາດຕີກັນ, ເສບສິ່ງເສບຕິດ, ຂັບລົດແຂ່ງກັນ ແລະ ອື່ນໆ… ທີ່ເປັນຜິດເປັນໄພຕໍ່ສັງຄົມ ເຊິ່ງສຸດທ້າຍຈະຮໍ່າຮຽນກໍ່ລໍາບາກ, ຈະຝຶກຝົນຕົນເອງກໍຍາກດັ່ງຄໍາບູຮານເພີ່ນວ່າ: “ໄມ້ແກ່ກາຍຍາມເບັດ ເຫັດແກ່ກາຍຍາມແກງ’’ ຊາວໜຸ່ມເຍົາວະຊົນຄວນຖືເອົາຄໍາເວົ້າຂອງທ່ານ ເລນິນ ເປັນຄະຕິເຕືອນໃຈຄື: “ຮຽນແລ້ວຮຽນອີກຮຽນເລື້ອຍໆໄປ’’ ເພື່ອມີຄວາມຮູ້, ຄວາມສະຫລຽວສະຫລາດ ຊຶ່ງຈະກາຍເປັນທຶນຮອນ ແລະ ເປັນຊັບສົມບັດທີ່ປະເສີດເລີດລໍ້າໃຊ້ບໍ່ໝົດໃນຊີວິດ.
3). ຊາວໜຸ່ມໃນຖັນແຖວກໍາມະກອນ-ກະສີກອນ: ສໍາລັບຊາວໜຸ່ມກໍາມະກອນ ແມ່ນຕັ້ງໜ້າສຸ່ມໃສ່ການຜະລິດ, ກໍ່ສ້າງກິດຈະການຕ່າງໆ ຂອງປະເທດຊາດຢ່າງມີປະສິດທິຜົນ, ຍົກສູງສີມືແຮງງານຂອງຕົນໃຫ້ນັບມື້ນັບສູງຂຶ້ນ, ມີສະຕິຕໍ່ການຈັດຕັ້ງປະຕິບັດຕາມກົດໝາຍແຮງງານຢ່າງຖືກຕ້ອງ ແລະ ເຂັ້ມງວດ, ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາຊັບສົມບັດຂອງສ່ວນລວມ ແລະ ຂອງຊາດ, ສໍາລັບຊາວໜຸ່ມກະສີກອນ ແມ່ນຕັ້ງໜ້າຫ້າວຫັນເຂົ້າໃນການຜະລິດກະສີກໍາເປັນສິນຄ້າສ້າງເສດຖະກິດຄອບຄົວ ແລະ ຄອບຄົວຕົວແແບບ, ຫັນຈາກການຜະລິດແບບດັ່ງເດີມຕາມທໍາມະຊາດພໍແຕ່ກຸ້ມກິນ, ໄປສູ່ການຜະລິດທີ່ກ້າວໜ້າເປັນສິນຄ້າ ເຮັດໃຫ້ເສດຖະກິດຢູ່ຊົນນະບົດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງຄອບຄົວນັບມື້ນັບດີຂຶ້ນເປັນກ້າວໆ, ສ້າງຕົນເອງເປັນພົນລະເມືອງດີ, ຕັ້ງໜ້າເຮັດພັນທະຕໍ່ປະເທດຊາດ ແລະ ບ້ານຊ່ອງຂອງຕົນເປັນຢ່າງດີ, ເຮັດໃຫ້ບ້ານເມືອງ, ທ້ອງຖິ່ນຂອງຕົນມີຄວາມສະຫງົບສຸກມີຄວາມສາມັກຄີຢ່າງເປັນປຶກແຜນແໜ້ນໜາ.
4). ຊາວໜຸ່ມໃນຂົງເຂດຫົວໜ່ວຍທຸລະກິດ-ການຄ້າຂາຍຕ່າງໆ: ຕ້ອງຕັ້ງໜ້າດໍາເນີນທຸລະກິດ ການຄ້າຂາຍຂອງຕົນໃຫ້ມີຜົນກໍາໄລທີ່ເໝາະສົມ ແລະ ຊອບທໍາ, ມີຄຸນສົມບັດສິນທໍາ, ເວົ້າຈາສຸພາບອ່ອນໂຍນ, ການທໍາມາຄ້າ ຂາຍຖືກຕາມລະບຽບກົດໝາຍ, ເສຍພັນທະຕໍ່ປະເທດຊາດຢ່າງຖືກຕ້ອງ ແລະ ທັນເວລາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.