ກອງປະຊຸມ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ເມືອງຮຸນ

ກອງປະຊຸມແລກປ່ຽນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ເມືອງຮຸນ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການເມືອງຮຸນ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງອຸດົມໄຊ ແລະ ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ເຈົ້າເມືອງໆຮຸນ.

ມີບັນດາ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານກໍ່ສ້າງຮາກຖານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບຟັງລາຍງານຫຍໍ້ຜົນການເຮັດວຽກຂອງທີມງານແຂວງຮ່ວມກັບຫ້ອງການຂັ້ນເມືອງ ແລະ ບ້ານເປົ້າໝາຍ, ລາຍງານສະພາບພົ້ນເດັ່ນໃນການຊີ້ນຳການຈັດຕັ້ງປະຕິບັດຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງພາຍໃນເມືອງໄລຍະ 1 ປີ 2022 ຜ່ານມາ ແລະ ແຜນວຽກຈຸດສຸມໃນປີ 2023. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດວຽກງານສາມສ້າງພາໃນເມືອງ, ເປັນຕົ້ນດ້ານດີ,ດ້ານອ່ອນ ແລະ ຂໍ້ຄົງຄ້າງ ,ສິ່ງທ້າທາຍທີ່ເຮັດໃຫ້ການຈັດຕັ້ັ້ງປະຕິບັດວຽກງານສາມສ້າງພາຍໃນເມືອງບໍ່ສຳເລັດຜົນຕາມເປົ້າໝາຍ.

ໃນຕອນທ້າຍກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານ ຄຳພຽງ ຢາາຈົງວາ ຮອງເລຂາພັກແຂວງ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ ແລະ ພະນັກງານລົງກໍ່ສ້າງຮາກຖານການເມືອງພາຍໃນເມືອງຮຸນ ທຸກສະຫາຍທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາບັນດາບ້ານທີ່ນອນໃນກຸ່ມເປົ້າໝາຍສາມສ້າງໃຫ້ກາຍເປັນບ້ານແບບຢ່າງໃນການພັດທະນາ ເພື່ອພ້ອມທີ່ຈະສ້າງເປັນຕົວເມືອງນ້ອຍ ໃນເຂດຊົນນະບົດ,ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບວຽກງານ 3 ສ້າງຂັ້ນເມືອງ ຈົ່ງພ້ອມກັນເອົາໃຈໃສ່ ໃນການລົງຕິດຕາມ,ຊຸກຍູ້,ກວດກາ ແລະ ໃກ້ສິດຕິດແທດກັບປະຊາຊົນ, ເພື່ອຊອກໃຫ້ເຫັນບັນຫາທີ່ຍັງຄ້າງຄາ ແລະ ພ້ອມກັນແກ້ໄຂ ເຮັດໃຫ້ວຽກງານສາມສ້າງພາຍໃນເມືອງມີປະສິດຕິພາບ ແລະ ປະສິດຕິຜົນສູງຕາມຄາດໝາຍທີ່ວາງໄວ້.