ບັນດາບໍລິສັດ ອຸປະຖຳ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ທີ່ແຂວງອຸດົມໄຊ

ເພື່ອເປັນການປະກອບສ່ວນເຂົ້າໃນການປ້ອງກັນແລະແກ້ໄຂການລະບາດພະຍາດໂຄວິດ19ຢູ່ແຂວງອຸດົມໄຊໃຫ້ມີຄວາມປອດໄພ ມາໃນລະຫວ່າງວັນທີ 27-28 ເມສານີ້ ຫລາຍພາກສ່ວນ ໄດ້ນຳເອົາເງິນສົດແລະນ້ຳດຶ່ມມາມອບໃຫ້ແກ່ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດພະຍາດໂຄວິດ19ແຂວງອຸດົມໄຊ. ໃນນີ້ລວມມີ ທະນາຄານແຫ່ງ ສປປ ລາວ ພາກເໜືອສາຂາແຂວງອຸດົມໄຊ ມອບເງິນສົດ 10,000,000 ກີບ, ໂຮງງານດິນຈີ່ເກດທະລາ ມອບເງິນສົດ 5,000,000 ກີບ,ຮ້ານກ້ວາງຮາວຂາຍເຄື່ອງອາໄລ່ລົດຈັກ ມອບເງິນສົດ5,000,000 ກີບ, ບໍລິສັດສີໃສ ຮ້ານເລົາຢີ ມອບເງິນສົດ 5,000,000 ກີບ, ບໍລິສັດ ສາລິກາ ຂາອອກ-ຂາເຂົ້າ ຈຳກັດ ມອບນ້ຳດື່ມ ຈຳນວນ 500 ແພັກ ມູນຄ່າ 17,500,000 ກີບ. ໂດຍມີທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ຮັກສາການເຈົ້າແຂວງອຸດົມໄຊພ້ອມດ້ວຍການນຳແຂວງແລະຄະນະສະເພາະກິດຂັ້ນແຂວງເຂົ້າຮ່ວມຮັບ. ສຳລັບ ການຊ່ວຍເຫລືອຄັ້ງນີ້ ທາງຄະນະສະເພາະກິດຂັ້ນແຂວງແມ່ນຈະໄດ້ນຳໄປຫມູນໃຊ້ເຂົ້າໃນວຽກງານການປ້ອງກັນແລະແກ້ໄຂການລະບາດພະຍາດໂຄວິດ19ຢູ່ພາຍໃນແຂວງອູດົມໄຊໃຫ້ທັນການ. ລວມພະລັງນ້ຳໃຈຊາວແຂວງອຸດົມໄຊຕ້ານໂຄວິດ19