ໜ່ວຍຊາວໜຸ່ມ ຫ້ອງວ່າການແຂວງ ປາຖະກະຖາ ມູນເຊື້ອວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ

ໃນຕອນບ່າຍວັນທີ 7 ເມສາ 2021 ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (14 ເມສາ 1955 – 14 ເມສາ 2021) ຂື້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນມີນາ ຂັນທະຍົງທອງ ຄະນະບໍລິຫານງານຊາວໜຸ່ມແຂວງ ຜູ້ຊີ້ນນຳ 2 ຂົງເຂດ, ມີເລຂາ, ຮອງເລຂາຈາກໜ່ວຍຊາວໜຸ່ມ 2 ພາກສ່ວນ ແລະ ສະມາຊິກຊາວເຂົ້າຮ່ວມ 64 ສະຫາຍ, ຍິ່ງ 29 ສະຫາຍ. ເພື່ອເປັນການລະນຶກເຖີງບຸນຄຸນຂອງຊາວໜຸ່ມຮຸ້ນກ່ອນທີ່ເສຍສະລະເລືອດເນື້ອຕົນເອງ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ ຢ່າງພິລະອາດຫານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມແຕ່ປີ 1955 ເຖີງປະຈຸບັນ ແລະ ເພື່ອເປັນສ້າງຂະບວນການຂໍານັບຮັບຕ້ອນວັນສຳຄັນຂອງຊາດຂອງພັກໂດຍສະເພາະແມ່ນ ສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ແລະ ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີໃຫ້ມີຂະບວນການຟົດຟື້ນ.

ພາຍຫຼັງສຳເລັດການປາຖະກະຖາແລ້ວ ຊາວໜຸ່ມທັງສອງໜ່ວຍຄື ໜ່ວຍຊາວໜຸ່ມ ຮາກຖານ ຫ້ອງວ່າການແຂວງ ແລະ ໜ່ວຍຊາວໜຸ່ມຮາກຖານພະແນກການຕ່າງປະເທດ ກໍ່ໄດ້ສຶບຕໍ່ພົບປະແລກປ່ຽນບົດຮຽນເຊີງກັນແລະກັນ ໃນດ້ານຕ່າງໆໃນການເຄື່ອນໄຫວວຽກງານໄລຍະຜ່ານມາ ແລະ ແຜນການຮ່ວມມືກັນໃນອານາຄົດ ເພື່ອຜູກແໜ້ນຄວາມສາມັກຄີລະຫວ່າງ ສະມາຊິກຊາວໜຸ່ມທັງສອງໜ່ວຍ ໃຫ້ນັບມືນັບເຂັມແຂງ ແລະຮອບດ້ານ.