ທຄຕລ ສາຂາອຸດົມໄຊ ໄດ້ມອບເງິນບໍລິຈາກຂອງສັງຄົມ ໃນໂຄງການ BCEL OneHeart ລະດົມທຶນເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ (COVID-19) ຂອງ ແຂວງອຸດົມໄຊ

 ໃນວັນທີ 16 ສິງຫາ 2021 ທີ່ຜ່ານມາ, ຢູ່ທີ່ສໍານັກງານ ຫ້ອງວ່າການແຂວງ ອຸດົມໄຊ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາອຸດົມໄຊ ໄດ້ຕາງໜ້າໃຫ້ແກ່ສັງຄົມທີ່ຮ່ວມບໍລິຈາກ ຜ່ານ BCEL One ມອບເງິນຊ່ວຍເຫຼືອໃນໂຄງການ ‘‘ ລະດົມທຶນເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ (COVID-19) ຂອງ ແຂວງອຸດົມໄຊ ’’ ຈຳນວນເງິນບໍລິຈາກທັງໝົດ 23.722.093,02 ກີບ ( ຊາວສາມລ້ານ ເຈັດແສນຊາວສອງພັນ   ເກົ້າສິບສາມ ກີບ 02/100 ) ຈຳນວນຜູ້ຮ່ວມບໍລິຈາກ 148 ຄັ້ງ

ໂຄງການດັ່ງກ່າວເລີ່ມຮັບບໍລິຈາກຕັ້ງແຕ່ວັນທີ່ 01 ມິຖຸນາ 2021 ເຖິງ 31 ກໍລະກົດ 2021 , ຕາງໜ້າມອບໂດຍ ທ່ານ ທະນູສັກ ແກ້ວປັນຍາ ຫົວໜ້າ ທຄຕລ ສາຂາອຸດົມໄຊ ພ້ອມດ້ວຍຕາງໜ້າ 03 ອົງການຈັດຕັ້ງມະຫາຊົນ ຂອງ ສາຂາອຸດົມໄຊ, ຕາງໜ້າຮັບໂດຍ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ອຸດົມໄຊ ພ້ອມດ້ວຍຕາງເຈົ້າຂອງໂຄງການ ກໍ່ຄື ຄະນະສະເພາະກິດຂັ້ນແຂວງ, ເຊິ່ງເງິນບໍລິຈາກດັ່ງກ່າວ ຄະນະສະເພາະກິດ ຂັ້ນແຂວງ ຈະໄດ້ນຳໄປສົມທົບທຶນ ໃນການຈັດຊື້ອຸປະກອນຕາມເປົ້າໝາຍທີ່ກຳນົດໃວ້ໃນເບື້ອງ ໃຫ້ສຳເລັດຕາມຄາກໝາຍ.