ວັດພະເຈົາສິ່ງຄຳ ຄະນະ ອພສ ເມືອງຫຼາ ມອບນ້ຳດື່ມໃຫ້ຄະນະສະເພາະກິດແຂວງ

ວັນທີ 8 ກັນຍາ 2021 ຄະນະ ອພສ ເມືອງຫຼາ (ວັດພະເຈົ້າສິງຄຳ ເມືອງຫຼາ) ມອບນ້ຳດື່ມ ຈຳນວນ 50 ແກັດ ມູນຄ່າ 1.250.000 ກີບ (ໜຶ່ງລ້ານສອງແສນຫ້າສິບພັນກີບ ໃຫ້ຄະນະສະເພາະກິດ ຕ້ານ ແລະ ສະກັດກັ້ນ ພະຍາດ ໂຄວິດ-19 ຢູ່ແຂວງອຸດົມໄຊ ຕາງໜ້າມອບໂດຍ ຄະນະ ອພສ ເມືອງຫຼ້າ ແລະ ຕາງໜ້າຮັບໂດຍ ທ່ານ ນ. ອຳໄພວອນ ປັນຍາລັກ ຫົວໜ້າຫ້ອງວ່າການແຂວງອຸດົມໄຊ ພ້ອມດ້ວຍຄະນະຫ້ອງວ່າການແຂວງ, ຄະນະສະເພາະກິດ ຂັ້ນແຂວງ.

ນ້ຳດື່ມທີ່ມອບນີ້ຈະໄດ້ນຳໄປຊ່ວຍເຫຼືອບັນດາທີມແພດ, ເຈົ້າໜ້າທີ່ ທີ່ກຳລັງປະຕິບັດໜ້າທີ ແລະ ຜູ້ກັກກັນຢູ່ສູນພາຍໃນແຂວງອຸດົມໄຊ