ອົງການປົກຄອງແຂວງ ປຶກສາຫາລືການຜັນຂະຫຍາຍ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ

ກອງປະຊຸມປຶກສາຫາລື ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານສເດຖະກິດ-ການເງິນ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 3 ກັນຍາ2021 ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີຮອງເຈົ້າແຂວງ ພ້ອມດ້ວຍສະມາຊິກອົງການປົກຄອງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີເນື້ອໃນເອກະສານທີ່ສຳຄັນເປັນຕົ້ນແມ່ນ ເອກະສານວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ, ແຜນຜັນຂະຫຍາຍ ແລະຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ຂອງແຂວງອຸດົມໄຊ, ເອກະສານເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຜນຜັນຂະຫຍາຍ ແລະຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງ ແຂວງອຸດົມໄຊ ແລະ ບັນດານິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ.

ຜູ້ເຂົາຮ່ວມໄດ້ພ້ອມກັນຄົ້ນຄ້ວາເນື່ອໃນ, ປະກອບຄຳເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມ ປຶກສາຫາລືກັນກ່ຽວກັບເນື້ອໃນນິຕິກຳຕ່າງໆທີ່ກອງປະຊຸມໄດ້ສະເໜີຂຶ້ນ ເພື່ອເຮັດໃຫ້ເນື້ອໃນນິຕິກຳມີຄວາມຖືກຕ້ອງ, ລະອຽດ, ຈະແຈ້ງ, ສອດຄ່ອງກັບສະພາບເງື່ອນໄຂຄວາມເປັນຈິງ ແລະ ເປັນເອກະພາບກັນ ເພື່ອຈະກ້າວໄປສູ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ.