ໜ່ວຍກໍາມະບານຮາກຖານ ຫ້ອງວ່າການ ແຂວງອຸດົມໄຊ ສຳເລັດການຈັດຕັ້ງເຊື່ອມຊຶມ ຂໍແຂ່ງຂັນ 5ເປັນເຈົ້າ

ໜ່ວຍກໍາມະບານຮາກຖານຫ້ອງວ່າການແຂວງອຸດົມໄຊ ສຳເລັດການຈັດຕັ້ງເຊື່ອມຊຶມບັນດານິຕິກໍາຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ສົມສັກ ຄໍາລ້ານ ຮອງປະທານສະຫະພັນກໍາມະບານແຂວງ, ມີ ສະຫາຍ ຈັນທາ ແກ້ວສະຫວັດ ປະທານໜ່ວຍກຳມະບານຮາກຖານຫ້ອງວ່າການແຂວງ ບັນດາສະຫາຍ ຄະນະພັກຄະນະຫ້ອງວ່າການແຂວງ,  ຄະນະໜ່ວຍກວດກາ ແລະ ສະມາຊິກພາຍໃນໜ່ວຍກໍາມະບານຮາກຖານ ຫ້ອງວ່າກນແຂວງ ອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງທັງຫມົດ ຈໍານວນ 42 ສະຫາຍ, ຍິງ 10 ສະຫາຍ. 

ການເຊື່ອມຊຶມ ກໍເພື່ອເຮັດໃຫ້ສະມາຊິກກຳມະບານພາຍໃນຮາກຖານຫ້ອງວ່າການແຂວງ ຮັບຮູ້,ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ໄປໃນຮູບແບບ ແລະ ທິດທາງດຽວກັນ. ເຊິ່ງເນື້ອໃນເອກະສານທີ່ນຳມາເຜີຍແຜ່, ເຊື່ອມຊຶມ ມີ: ຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ບົດແນະນໍາ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ສະບັບເລກທີ 03/ສກລ ລົງວັນທີ 4 ມັງກອນ 2021, ໂດຍປ່ຽນຈາກເນື້ອໃນ ເກົ່າ ມານຳໃຊ້ ເນື້ອໃນ 5 ເປັນເຈົ້າ ສະບັບໃຫມ່ ເຊິ່ງປະກອບມີ: ເປັນເຈົ້າໃນການຝຶກຝົນຫລໍ່ຫລອມທາງດ້ານການເມືອງ-ແນວຄິດ, ປະຕິບັດກົດຫມາຍ ແລະລະບຽບການຂອງລັດ, ພັດທະນາຕົນເອງ ແລະການຈັດຕັ້ງ, ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ແລະ ເປັນເຈົ້າປະຕິບັດຫນ້າທີ່ວິຊາສະເພາະຢ່າງປະດິດ. ນອກນັ້ນ ຍັງໄດ້ນຳເອົາ ມະຕິກອງປະຊຸມວິສາມັນຄົບຄະນະສະຫະພັນກໍາມະບານແຂວງອຸດົມໄຊ ສະບັບລົງວັນທີ 25 ມິຖຸນາ 2021 ແລະ ແຈ້ງການແນະນໍາ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ສະບັບເລກທີ 284/ສກລ, ລົງວັນທີ 17 ມີນາ 2021 ມາເຜີຍແຜ່ເຊື່ອມຊຶມ

ພາຍນຫຼັງສໍາເລັດການເຊື່ອມຊຶມ 3 ນິຕິກໍາດັ່ງກ່າວ ຕາງໜ້າຄະນະກໍາມະບານຂັ້ນເທິງໂດຍແມ່ນສະຫາຍສົມ ສັກ ຄໍາລ້ານ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເຊິ່ງເພິ່ນໄດ້ຍົກໃຫ້ເຫັນຜົນສໍາເລັດຂອງກອງປະຊຸມໃຫ່ຍ ຄັ້ງທີ 8 ຂອງຜູ້ແທນສະຫະພັນກໍາມະບານລາວ ແລະ ຍັງຊີ້ໃຫ້ເຫັນຄວາມຫມາຍ, ຄວາມສໍາຄັນຂອງຂະບວນການ ແລະ ຫມາກຜົນສຳເລັດ ຂອງການແຂ່ງຂັນຍ້ອງຍໍ 5 ເປັນເຈົ້າ.