ກິດຈະກຳ ສະເຫລີມສະຫລອງ ວັນສຳຄັນຂອງຊາດ ແລະ ຂອງແຂວງອຸດົມໄຊ

ຕອນເຊົ້າ ວັນທີ 13 ກໍລະກົດ 2023 ຢູ່ທີ່ສະຫນາມກິລາ ແຂວງອຸດົມໄຊ ໄດ້ຈັດການໂຮມຊຸມນຸມມິດຕິ່ງ ແລະ ເລົ່າຄືນມູນເຊື້ອ, ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງ ວັນກິລາ-ກາຍະກໍາ ແຫ່ງຊາດລາວ ຄົບຮອບ 57 ປີ, ພ້ອມນີ້ ພາຍໃນງານຍັງໄດ້ຈັດບາງກິດຈະກໍາ ເພື່ອສະເຫລີມສະຫລອງວັນສຳຄັນ ຂອງຊາດ ແລະ ຂອງແຂວງ ໃນນີ້ ມີ: ກິດຈະກຳຍ່າງມາລາທອນ ເຊິ່ງເລີ່ມຕົ້ນ ຈາກສະຫນາມກິລາແຂວງ ຜ່ານຕາມເສັ້ນທາງເທດສະບານ ໂຄ້ງເຂົ້າສູ່ສະຫນາມກິລາແຂວງ ລວມໄລຍະທາງປະມານ 3 ກິໂລແມັດ, ກິດຈະກຳ ປູກຕົ້ນໄມ້ ຢູ່ຂອບເຂດອ້ອມແອ້ມສະຫນາມກິລາແຂວງ ໂດຍໄດ້ຮັບການສະຫນັບສະຫນູນ ຕົ້ນໄມ້ ຈໍານວນ 610 ຕົ້ນ ຈາກ ບໍລິສັດ ຊີເອັນພີ ສຳຫລວດ ແລະ ຂຸດຄົ້ນບໍ່ແຮ່ ຂາອອກ-ຂາເຂົ້າ ຈໍາກັດ ແລະ ກິດຈະກຳ ຂະບວນການ ເຕັ້ນແອໂຣບິກ ອອກກຳລັງກາຍ ເພື່ອເຮັດໃຫ້ສຸຂະພາບ ແຂງແຮງ ແລະ ຫ່າງໄກຈາກສິ່ງເສບຕິດ.


ການຈັດກິດຈະກໍາ ກໍເພື່ອເປັນການ ສະເຫລີມ ສະຫລອງ ວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງແຂວງ ໂດຍສະເພາະແມ່ນວັນສ້າງຕັ້ງ ແຂວງອຸດົມໄຊ ຄົບຮອບ 61 ປີ, ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ, ວັນສ້າງຕັ້ງ ອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 68 ປີ, ວັນສ້າງຕັ້ງ ກິລາ-ກາຍະກໍາ ແຫ່ງຊາດລາວ ຄົບຮອບ 57 ປີ, ວັນອະນຸລັກ ແລະ ປ່ອຍສັດນ້ຳ-ສັດປ່າ (13 ກໍລະກົດ) ໃຫ້ເປັນຂະບວນ ແລະ ມີບັນຍາກາດຟົດຟື້ນ.
ພິທີ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີການນໍາຂອງແຂວງ, ການນຳຂອງເມືອງໄຊ, ຕາງຫນ້າຂະແຫນງການ, ນັກທຸລະກິດ, ຜູ້ປະກອບການ ແລະ ມວນຊົນ ຊາວແຂວງອຸດົມໄຊ ເຂົ້າຮ່ວມ.

ຂ່າວ: ຄານມະນີ ຮຽນດໍຈັນ