ການນຳຂັ້ນສູນກາງ, ແຂວງ ແລະ ເມືອງ ລົງຢ້ຽມຢາມກິດຈະກຳແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ເພື່ອໂພສະນາການ

ຕອນເຊົ້າວັນທີ 31 ມັງກອນນີ້ ຄະນະນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ທີ່ເດີນທາງມາຮ່ວມກອງປະຊຸມປະຈໍາປີ ແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ທີ່ ແຂວງອຸດົມໄຊ ເປັນເຈົ້າພາບ ກໍໄດ້ລົງໄປຢ້ຽມຢາມກິດກະຈະກໍາ ຂອງໂຄງການປິ່ນອ້ອມແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ເພື່ອໂພສະນາການ ຢູ່ ບ້ານຫ້ວຍຈາຍ, ເມືອງຫຼາ ນຳໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານຮອງເຈົ້າແຂວງອຸດົມໄຊ, ເຈົ້າເມືອງ-ຮອງເຈົ້າເມືອງ ຈາກເມືອງນາໝໍ້, ເມືອງ ຄໍາ, ເມືອງ ໜອງແຮດ, ເມືອງສໍາພັນ, ເມືອງບຸນໃຕ້, ເມືອງຂວາ, ເມືອງຊໍາໃຕ້, ເມືອງກວັນ, ເມືອງຊ່ອນ ແລະ ເມືອງ ຫົວເມືອງ ເຂົ້າຮ່ວມ.ໃນການລົງຢ້ຽມຢາມກິດຈະກຳ ກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຢູ່ ບ້ານຫວຍຈາຍ, ເມືອງຫຼາ ໂດຍມີທັງໝົດ 5 ໂຄງການ ໃນນັ້ນ ມີກອງທຶນຫຼຸດຜ່ອນຄວາມທຸກຍາກ, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພສະນາການໃນເຂດຊົນນະບົດ, ໂຄງການກະສິກຳ ເພື່ອໂພສະນາການ, ໂຄງການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ແລະ ໂພສະນາການ ແລະ ໂຄງການແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ. ຜ່ານການຈັດຕັ້ງປະຕິບັດເຮັດໃຫ້ປະຊາຊົນພາຍໃນບ້ານແມ່ນມີຄວາມຮູ້ ຄວາມສາມາດໃນການພັດທະນາຄອບຄົວເພີ່ມຂຶ້ນ, ໄດ້ຮຽນຮູ້ວິທີການປູກ-ການລ້ຽງ ຢ່າງຖືກຫຼັກການ, ມີເສັ້ນທາງເຂົ້າເຖິງເຂດທຳການຜະລິດ, ກຸ່ມເປົ້າໝາຍແມ່ມານໄດ້ຮັບການຝາກທ້ອງຄົບຕາມຫຼັກການທາງການແພດ, ແມ່ມານ ແມ່ລູກອ່ອນເຂົ້າໃຈກ່ຽວກັບການໃຫ້ອາຫານລູກທີ່ມີໂພສະນາການ ແລະ ສາມາດປະຕິບັດຖືກຫຼັກການຢູ່ໃນຄອບຄົວ, ເດັກໄດ້ຮັບການຕິດຕາມການຈະເລີນເຕີບໂຕ ແລະ ສັກຢາເປັນປົກກະຕິ ມີສຸຂະພາບແຂງແຮງ, ປະຊາຊົນເຊື່ອມຊຶມເລິກເຊິ່ງ ກ່ຽວກັບວຽກງານ ສຸຂະສຶກສາ ແລະ ດ້ານການສຶກສາ.