5 ປີຜ່ານມາ ເສດຖະກິດແຂວງ ອຸດົມໄຊ ຂະຫຍາຍຕົວ 10,74%

ທ່ານ ອ່ອນແກ້ວ ອຸ່ນອາລົມ ກຳມະການພັກແຂວງ ຫົວໜ້າພະແນກ ແຜນການແລະການລົງທຶນແຂວງອຸດົມໄຊ ໄດ້ລາຍງານຕໍ່ກອງປະຊຸມຄັ້ງປະຖົມະລຶກຂອງສະພາປະຊາຊົນແຂວງທີ່ໄດ້ດຳເນີນລະຫວ່າງ ວັນທີ 17-18 ມິຖຸນາ 2016 ນີ້ ຕະຫລອດ 5 ປີຜ່ານມາພາຍໄຕ້ການຊີ້ນຳນຳພາຂອງພັກ ແລະ ລັດຖະບານກໍ່ຄືອົງຄະນະພັກ ແລະ ອົງການປົກຄອງແຂວງ ອຸດົມໄຊ ເຮັດໃຫ້ແຂວງ ອຸດົມໄຊມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ກາຍເປັນໃຈກາງພື້ນຖານທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ອຳນວຍໃຫ້ແກ່ການດຳເນີນທຸລະກິດ,ການຜະລິດແລະການບໍລິການ ເຊີ່ງໄດ້ເຮັດໃຫ້ຈັ່ງຫວະການຂະຫຍາຍຕົວຂອງເສດຖະກິດມີຄວາມຕໍ່ເນື່ອງ ໄລຍະ 2011-2015 ອັດຕາການຂະຫຍາຍຕົວສະເລ່ຍ 10,74% ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂື້ນຈາກ 651 ໂດລາສະຫະລັດຕໍ່ຄົນຕໍ່ປີໃນປີ 2010 ມາເປັນ 1200 ໂດລາສະຫະລັດຕໍ່ຄົນຕໍ່ປີ ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ. ການລົງທຶນໄລຍະ 5 ປີຜ່ານມາບັນລຸ 5.972,19 ຕື້ກີບທຽບໃສ່ 5 ປີກ່ອນເພີ່ມຂື້ນ 3 ເທົ່າຕົວ ໃນນັ້ນການລົງທຶນຂອງລັດປະຕິບັດໄດ້ 562,97 ຕື້ກີບກວມ 10%ຂອງທຶນທັງໝົດ, ທຶນຊ່ວຍເຫລືອລ້າແລະກູ້ຢືມ ປະຕິບັດໄດ້ 789,69 ຕື້ກີບ ກວມທ 12%ຂອງທຶນທັງໝົດແລະການລົງທຶນຂອງເອກະຊົນພາຍໃນແລະຕ່າງປະເທດປະຕິບັດໄດ້ 2.188,41ຕື້ກີບ ກວມ 37% ແລະ ການລົງທຶນຂອງພາກທະນາຄານແລະປະຊາຊົນປະຕິບັດໄດ້ 2.431,12 ຕື້ກີບ ກວມ 41% ຂອງທຶນທັງໝົດ. ດ້ານລາຍຮັບ-ລາຍຈ່າຍ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 329,07 ຕື້ກີບປະຕິບັດລື່ນແຜນການ 64% ແລະຄຸ້ມຄອງລາຍຈ່າຍລວມໄດ້ 1.467,30 ຕື້ກີບ ປະຕິບັດເກີນແຜນ 12,08%. ການສົ່ງອອກປະຕິບັດໄດ້ 1.275,29 ຕື້ກີບ ແລະການນຳເຂົ້າປະຕິບັດໄດ້ 1.288,96 ຕື້ກີບ. ມາຮອດປີ 2015 ມີໂຮງງານອຸດສະຫະກຳແລະຫັດຖະກຳທັງໝົດ 452 ແຫ່ງ, ມີຕະຫລາດ 49 ແຫ່ງ, ມີເສັ້ນທາງທັງໝົດ 392 ເສັ້ນຍາວ 2.746,32 ກິໂລແມັດ ທຽບໃສ່ປີ 2010 ເພີ່ມຂື້ນ 882,14 ກິໂລແມັດ ມີບ້ານທີ່ເສັ້ນທາງເຂົ້າຮອດ 445ບ້ານກວມ 94,08%ຂອງຈຳນວນບ້ານທົ່ວແຂວງ. ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າ 369 ບ້ານ ກຳວມ 78,34% ຂອງຈຳນວນບ້ານທັງໝົດທຽບໃສ່ 2010 ເພີ່ມຂື້ນ 215 ບ້ານແລະມີບ້ານທີມີລະບົບໂທລະຄົມເຂົ້າເຖີງ 441 ບ້ານ ກວມ 93,63% ຂອງຈຳນວນບ້ານທັງໝົດ ການແກ້ໄຂຄວາມທຸກຍາກຍັງເຫລືອ 13.313 ຄົວເຮືອນກວມເອົາ 25,09% ຂອງຈຳນວນຄົວເຮືອນທັງໝົດ.